ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບຮັບໃບຢັ້ງຢຶນ ພາຍຫຼັງສຳເລັດການຝຶກງານຂອງນັກສຶກສາພາກວິຊາພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ

 

20235 1

20235 2

20235 4

20235 3

 

ໃນຕອນບ່າຍຂອງວັນທີ 5 ພຶດສະພາ 2023, ຫ້ອງການກະຊວງການຕ່າງປະເທດ ໄດ້ຈັດພິທີມອບຮັບໃບຢັ້ງຢຶນຝຶກງານໃຫ້ແກ່ບັນດານັກສຶກສາຈາກພາກວິຊາພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາ ໄລແຫ່ງຊາດ ຈໍານວນ 53 ທ່ານ ທີ່ໄດ້ສຳເລັດການມາຝຶກງານຢູ່ກະຊວງການຕ່າງປະເທດ ປະຈໍາປີ 2023, ເຊິ່ງໄດ້ເລີ່ມມາຝຶກງານຢູ່ບັນດາກົມຕ່າງໆຂອງກະຊວງການຕ່າງປະເທດ ເປັນເວລາ 2 ເດືອນ ແຕ່ ວັນທີ 20 ກຸມພາ ເຖິງວັນທີ 28 ເມສາ 2023.

 

ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ. ນອກນັ້ນ, ຍັງມີຄະນະຫ້ອງການ, ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ, ຄະນະອາຈານຈາກພາກວິຊາພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ. ການມາຝຶກງານຂອງນັກສຶກສາໃນຄັ້ງນີ້ ແມ່ນບົນພື້ນຖານຂອງບົດບັນທຶກການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ກັບ ມະຫາວິທະຍາໄລແຫ່ງຊາດ ໃນປີ 2004 ເປັນຕົ້ນມາ, ເຊິ່ງແຕ່ລະປີ ຈະມີການນຳສົ່ງນັກສຶກສາຈາກພາກວິຊາດັ່ງກ່າວມາຝຶກງານຢູ່ກະຊວງການຕ່າງປະເທດ.

 

ໃນພິທີອັນມີຄວາມໝາຍນີ້ ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ປະທານ​ພິທີກໍໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ບັນດານັກສຶກສາ, ທີ່ໄດ້ເອົາໃຈໃສ່, ຫ້າວຫັນ, ປະຕິບັດລະບຽບການມາຝຶກງານໄດ້ເປັນຢ່າງດີ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນ, ສຳເລັດໜ້າທີ່ວຽກງານທີ່ໄດ້ຖືກມອບໝາຍດ້ວຍຄວາມຮັບຜິດ ຊອບສູງ, ມີຄວາມສາມັກຄີຮັກແພງກັບພະນັກງານກະຊວງ ແລະ ສາມາດປະກອບສ່ວນເຂົ້າໃນວຽກງານຕ່າງໆໄດ້ຢ່າງດີ. ພ້ອມດຽວກັນນັ້ນ, ​ທ່ານປະທານຍັງໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ບັນດານັກສຶກສາ ​ໂດຍໄດ້​ຍົກ​ໃຫ້​ເຫັນ​ເຖິງບົດບາດ​ຄວາມ​ສຳຄັນ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ໃນການາເກັບກ່ຽວເອົາປະສົບ ແລະ ຮຽນຮູ້ວຽກງານຕ່າງໆຂອງຂະແໜງການຕ່າງປະເທດ ເພື່ອໃຫ້ສຳເລັດຫຼັກສູດການຮຽນຂອງນັກສຶກສາ ແລະ ການເປັນພະນັກງານທີ່ມີຄວາມຮູ້ຄວາມສາມາດຂອງປະເທດຊາດໃນຕໍ່ໜ້າ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485779
ມື້ນີ້78
ມື້ວານ206
ອາທິດນີ້815
ເດືອນນີ້5084