ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການເຄື່ອນໄຫວລົງຮາກຖານທັດສະນະສຶກສາຂອງຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີI ສຳລັບພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

 

IFA21 1

IFA21 2

 

ໃນວັນທີ 20 ມິຖຸນາ 2023, ສະຖາບັນການຕ່າງປະເທດ ໃນນາມຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮ່ວມກັບ ຄູອາຈານຈາກສະຖາບັນການເມືອງ ແລະ ປົກຄອງແຫ່ງຊາດ ໄດ້ນໍາພາຜູ້ເຂົ້າຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ສຳລັບພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຈຳນວນ 62 ທ່ານ ໄປເຄື່ອນໄຫວທັດສະນະສຶກສາຢູ່ເມືອງສັງທອງ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພົງສະຫວັນ ສີລິພັນ, ກຳມະການຄະນະພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງ ເມືອງສັງທອງ ພ້ອມດ້ວຍຄະນະນຳເມືອງ ແລະ ຫົວໜ້າຂະແໜງການກ່ຽວຂ້ອງພາຍໃນເມືອງ.

 

ຈຸດປະສົງການລົງຮາກຖານທັດສະນະສຶກສາຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ ກໍຄືການປະຕິບັດສອງວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ເມືອງປະສົບພົບພໍ້ ເພື່ອເປັນຂໍ້ມູນໃຫ້ແກ່ຜູ້ເຂົ້າຮຽນທິດສະດີ ໄດ້ນໍາໄປຂຽນບົດເກັບກ່ຽວລາຍງານຂອງຕົນ ພ້ອມທັງສະເໜີວິທີທາງແກ້ໄຂແຕ່ລະບັນຫາ ຊ່ວຍເມືອງ ເພື່ອປັບປຸງໃຫ້ດີຍິ່ງໆຂື້ນ. 

 

ໃນໂອກາດດັ່ງກ່າວ, ຜູ້ເຂົ້່າຮຽນ ກໍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຢ່າງສັງເຂບ ໂດຍປີ່ນອ້ອມທຸກບັນຫາທີ່ເມືອງສັງທອງ ກຳລັງສຸມໃສ່ ເປັນຕົ້ນ: ການປະຕິບັດສອງວາລະແຫ່ງຊາດ, ນະໂຍບາຍສາມສ້າງ, ນະໂຍບາຍສ້າງບ້ານພັດທະນາ, ບ້ານວັດທະນະທຳ ແລະ ບ້ານແບບຢ່າງ. ທຸກວຽກງານແມ່ນດໍາເນີນຢ່າງເປັນຂະບວນການ ແລະ ຟົດຟື້ນ. ນອກຈາກນັ້ນ, ຜູ້ເຂົ້າຮຽນ ຍັງໄດ້ລົງໄປເບິ່ງເຂດພັດທະນາກະສີກຳຂອງເມືອງ ໂດຍສະເພາະຟາມປູກຜັກປອດສານຜິດ ຂອງນັກທຸລະກິດລາວ ເຊິ່ງສາມາດສ້າງລາຍຮັບໄດ້ ເດືອນລະຫລາຍຮ້ອຍລ້ານກີບ.

 

ໃນໂອກາດລົງຢ້ຽມຢາມທັດສະນະສຶກສາຄັ້ງນີ້, ຊຸດຮຽນທິດສະດີການເມືອງ ກໍໄດ້ນໍາເອົາເຄື່ອງຊ່ວຍເຫຼືອອຸປະກອນການສຶກສາ ແລະ ກິລາ ເປັນມູນຄ່າ 17 ລ້ານກວ່າກີບ ໄປມອບໃຫ້ແກ່ 5 ໂຮງຮຽນປະຖົມຂອງເມືອງຄື: ໂຮງຮຽນປະຖົມສົມບູນ ບ້ານຫີນສິ່ວ, ບ້ານກ້ວຍ, ບ້ານຫ້ວຍຄຳ, ບ້ານອ່າງນ້ອຍ ແລະ ບ້ານ ນາໝ້ຽງ ເພື່ອຊ່ວຍເຫຼືອນ້ອງນັກຮຽນ ໃຫ້ໄດ້ມີອຸປະກອນການຮຽນ ໃນມື້ເປີດສົກຮຽນໃໝ່ທີ່ຈະມາເຖິງນີ້  ພ້ອມທັງເປັນການຊ່ວຍເຫຼືອແບ່ງເບົາ ພໍ່ແມ່ຜູ້ປົກຄອງ ໃນສະພາບເສດຖະກິດຫຍຸ້ງຍາກ ຝືດເຄືອງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489445
ມື້ນີ້30
ມື້ວານ258
ອາທິດນີ້644
ເດືອນນີ້2838