ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ກໍຄືວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 43 ປີ (01 ມິຖຸນາ 1980 - 01 ມິຖຸນາ 2023) ທີ່ຈະໜູນວຽນມາບັນຈົບຄົບຮອບອີກປີໜຶ່ງໃຫ້ມີຄວາມໝາຍ, ເຊິ່ງຫຼາຍພາກສ່ວນທັງສູນກາງ ລົງຮອດທ້ອງຖີ່ນ ລ້ວນແຕ່ມີແຜນກິດຈະກໍາຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວນີ້. ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ກໍຄືກັບພາກສ່ວນການຈັດຕັ້ງ ອື່ນໆ ໄດ້ຈັດຕັ້ງກິດຈະກໍາຂະບວນການພາຍໃນຂອງຕົນຂຶ້ນ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ໂດຍມີ 2 ກິດຈະກໍາຄື: ຂະບວນການກິລາ ແລະ ຂະບວນປູກຕົ້ນໄມ້ ອ້ອມຮອບຕຶກອາຄານສະຖາບັນ ເພື່ອສ້າງໃຫ້ເປັນເຂດສີຂຽວ ທີ່ເຕັມໄປດ້ວຍຕົ້ນໄມ້ສີຂຽວ ເປັນບ່ອນນັ່ງພັກເຊົາ ແລະ ສະຖານທີ່ຈອດລົດ ໃຫ້ແກ່ພະນັກງານສະຖາບັນ ກໍຄືຜູ້ມາເຂົ້າຝຶກອົບຮົມໃນຊຸດຕ່າງໆ.
ກິດຈະກຳໃນການຂໍ່ານັບຮັບຕ້ອນສອງວັນດັ່ງກ່າວນີ້ ໄດ້ເລີ່ມຕົ້ນຈັດຕັ້ງມາແຕ່ວັນທີ 26 ພຶດສະພາ 2023 ອາທິດຜ່ານມາ ໂດຍສະເພາະກິດຈະກໍາຂະການບວນກິລາ ປະເພດເຕາະບານ ລະຫວ່າງ ຜູ້ເຂົ້າຮ່ວມຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຊຸດບໍາລຸງພາສາອັງກິດ ຊຸດທີ 45 ສໍາລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ລວມທັງ ພະນັກງານສະຖາບັນ ດ້ວຍບັນຍາກາດທີ່ຟົດຟື້ນ ອັນໄດ້ສະແດງໃຫ້ເຫັນໄດ້ເຖິງຄວາມສາມັກຄີຮັກແພງ ລະຫວ່າງ ຜູ້ເຂົ້າຮ່ວມຝຶກອົບຮົມທັງສອງຊຸດ ກັບ ພະນັກງານຄູອາຈານ ແລະ ຄະນະຮັບຜິດຊອບຊຸດຮຽນ. ນອກນັ້ນ, ຍັງເປັນການປະກອບສ່ວນ ໃນສ້າງກິດຈະກຳຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດອີກດ້ວຍ.
ນອກຈາກກິດຈະກໍາຂະບວນການແຂ່ງຂັນກິລາແລ້ວ, ໃນວັນທີ 02 ມິຖຸນາ 2023, ສະຖາບັນການຕ່າງປະເທດ ຍັງໄດ້ຮ່ວມກັບຊຸດຮຽນທັງສອງຊຸດ ຈັດຂະບວນການປູກຕົ້ນໄມ້ອ້ອມຮອບຕຶກອາຄານສະຖາບັນ ຢ່າງເປັນຂະບວນຟົດຟື້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງຄະນະນຳກະຊວງ, ຄະນະສະຖາບັນການຕ່າງປະເທດ, ຄະນະຮັບຜິດຊອບ, ຄູອາຈານ, ພະນັກງານສະຖາບັນ ແລະ ຜູ້ເຂົ້າຮ່ວມບໍາລຸງພາສາອັງກິດ ແລະ ທິດສະດີການເມືອງ ຂັ້ນຕົ້ນ ປະມານ 150 ທ່ານ. ຕົ້ນໄມ້ ທີ່ນຳມາປູກຄັ້ງນີ້ ມີປະເພດ ຕົ້ນໄມ້ໃຫ້ໝາກ ແລະ ໃຫ້ຮົ່ມ, ປູກໄວ້ເປັນອະນຸສອນທີ່ລະນຶກ ແລະ ເປັນສະຖານທີ່ພັກຜ່ອນ, ເປັນບ່ອນກັນຄວາມຮ້ອນ, ຊ່ວຍໃນການຫລຸດຜ່ອນທາດຟົດຟໍຣັດ ແລະ ໂລກຮ້ອນ, ທັງເປັນອະນຸສອນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ເພື່ອລະນຶກຄວາມຊົງຈໍາຄັ້ງໜຶ່ງ ໃນສະໄໜມາສຶກສາຮໍ່າຮຽນຢູ່ສະຖາບັນການຕ່າງປະເທດຫ່າງນີ້ ກໍຄືປູກເພື່ອໃຫ້ຮຸ້ນຫຼັງ ໄດ້ຊົມໃຊ້ເປັນບ່ອນນັ່ງຄົ້ນຄວ້າຮໍ່າຮຽນ, ພັກເຊົາ ແລະ ຈອດລົດ ໃນເວລາມາສຶກສາ, ຝຶກອົບຮົມ ແລະ ບໍາລຸງໃນແຕ່ລະຊຸດ ຢູ່ສະຖາບັນແຫ່ງນີ້.