ໃນລະຫວ່າງ ວັນທີ 2-3 ກໍລະກົດ 2023, ທີ່ແຂວງນິງບິ່ງ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບການເສີມຂະຫຍາຍຄຸນຄ່າ ບັນດານາມມະຍົດຂອງອົງການ UNESCO ເພື່ອຮັບໃຊ້ ໃຫ້ແກ່ການພັດທະນາແບບຍືນຍົງຢູ່ຫວຽດນາມ ຊຶ່ງຈັດໂດຍ ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບ ອຳນາດການປົກຄອງແຂວງນິງບິ່ງ ແລະ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໂດຍການເຂົ້າຮ່ວມ ກອງປະຊຸມມີທ່ານ ຫງວຽນ ວັນ ຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ດວານ ມິງ ຫ້ວນ, ກຳມະການສູນກາງພັກ, ເລຂາພັກແຂວງນິງບິ່ງ, ທ່ານ ຟ້າມ ກວາງ ຫງອກ, ຮອງເລຂາພັກແຂວງ, ເຈົ້າແຂວງນິງບິ່ງ, ຕາງໜ້າອົງການ UNESCO, ບັນດາສະຖານທູດອາຝຣິກາໃຕ້, ນີເຈີເລຍ, ກໍາປູເຈຍ, ອາເມຣິກາ, ອິນໂດເນເຊຍ, ໄທ, ອັງກິດ ນອກນີ້ຍັງມີບັນດາກະຊວງ, ຂະແໜງການ, ຕາງໜ້າ ຈາກບັນດາແຂວງ, ນະຄອນ ທົ່ວປະເທດ ທີ່ມີມໍລະດົກໂລກຂອງອົງການ UNESCO ພ້ອມດ້ວຍນັກຊ່ຽວຊານ ຕ່າງປະເທດ ຢ່າງພ້ອມພຽງ.
ໃນວັນທີ 27 ມິຖຸນາ 2023, ໂດຍໄດ້ຮັບການມອບສິດຈາກ ກະຊວງສຶກສາ ແລະ ກິລາ ແຫ່ງ ສປປ ລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຂອງຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາໃຫ້ແກ່ກົມກອງ ແລະ ບຸກຄົນມະຫາວິທະຍາໄລແພດສາດ ຖ້າຍບິງ ຊຶ່ງຝ່າຍລາວນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມຄະນະນຳ, ຝ່າຍຫວຽດນາມ ມີ ສະຫາຍ ນາງ ເຈີນ ທິ ບິກ ຮັງ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການ ປະຊາຊົນແຂວງ ( ຮອງເຈົ້າແຂວງ); ສະຫາຍ ພົນຕີ ຫງວຽນ ຕ່ຽນ ລອງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ; ສະຫາຍ ຮອງສາດສະດາຈານ ດຣ ຫງວຽນ ກວັ່ນ ຕຽນ, ປະທານສະພາບໍລິຫານໂຮງຮຽນມະຫາວິທະຍາໄລແພດສາດຖ້າຍບີງ ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກ ສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖ້າຍບິ່ງ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ ຄູອາຈານ ແລະ ພາກສ່ວນ ກ່ຽວຂ້ອງຂອງຫວຽດນາມເຂົ້າຮ່ວມ ຢ່າງພ້ອມພຽງ.
ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂຶ້ນ ໃນວັນທີ 04 ກໍລະກົດ 2023 ຜ່ານມາ, ພາຍໃຕ້ການເປັນປະທານ ແລະ ມອບໃບຢັ້ງຢືນຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ, ມີສະຫາຍ ສຸພັນ ຫາດາວເຮືອງ, ກຳມະການຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ, ເລຂາໜ່ວຍພັກ, ກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ,ມີຄະນະໜ່ວຍພັກ, ຄະນະຈຸພັກນັກສຶກສາລາວ, ບັນດາສະມາຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ,ແມ່ຍິງ,ຊາວໜຸ່ມ,ກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.