ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການເສີມຂະຫຍາຍຄຸນຄ່າບັນດານາມມະຍົດ UNESCO ເພື່ອຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງຢູ່ຫວຽດນາມ

  

  

2023072 Lao Am to VN 1

2023072 Lao Am to VN 2

  

  

ໃນລະຫວ່າງ ວັນທີ 2-3 ກໍລະກົດ 2023, ທີ່ແຂວງນິງບິ່ງ,  ທ່ານ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ  ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບການເສີມຂະຫຍາຍຄຸນຄ່າ ບັນດານາມມະຍົດຂອງອົງການ  UNESCO ເພື່ອຮັບໃຊ້ ໃຫ້ແກ່ການພັດທະນາແບບຍືນຍົງຢູ່ຫວຽດນາມ ຊຶ່ງຈັດໂດຍ ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບ ອຳນາດການປົກຄອງແຂວງນິງບິ່ງ ແລະ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໂດຍການເຂົ້າຮ່ວມ ກອງປະຊຸມມີທ່ານ ຫງວຽນ ວັນ ຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ດວານ ມິງ ຫ້ວນ, ກຳມະການສູນກາງພັກ, ເລຂາພັກແຂວງນິງບິ່ງ, ທ່ານ ຟ້າມ ກວາງ ຫງອກ, ຮອງເລຂາພັກແຂວງ, ເຈົ້າແຂວງນິງບິ່ງ, ຕາງໜ້າອົງການ UNESCO, ບັນດາສະຖານທູດອາຝຣິກາໃຕ້, ນີເຈີເລຍ, ກໍາປູເຈຍ, ອາເມຣິກາ, ອິນໂດເນເຊຍ, ໄທ,  ອັງກິດ ນອກນີ້ຍັງມີບັນດາກະຊວງ,  ຂະແໜງການ, ຕາງໜ້າ ຈາກບັນດາແຂວງ,  ນະຄອນ ທົ່ວປະເທດ ທີ່ມີມໍລະດົກໂລກຂອງອົງການ UNESCO ພ້ອມດ້ວຍນັກຊ່ຽວຊານ ຕ່າງປະເທດ ຢ່າງພ້ອມພຽງ.

   

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອພ້ອມກັນ ປຶກສາຫາລືຮ່ວມກັນກ່ຽວກັບ ບົດຮຽນ, ປະສົບການ ໃນການຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າຂອງບັນດານາມມະຍົດ ທາງດ້ານສະຖານທີ່, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ນາມມະທຳ ທີ່ໄດ້ຮັບ ການຮັບຮອງ ເປັນມຳລະດົກໂລກ ຈາກອົງການ UNESCO. ເພື່ອເຮັດແນວໃດເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ບໍ່ສົ່ງຜົນຜົນກະທົບຕໍ່ ສະພາບແວດລ້ອມ ກໍຄື ການຕິດພັນ ຢ່າງແໜ້ນແຟ້ນ ແລະ ກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງປະຊາຊົນ, ຮັກສາໄດ້ຄວາມເປັນເອກະລັກ ຄວາມດຸ່ນດ່ຽງ ທາງດ້ານສັງຄົມ ແລະ ການຮັກສາ ສິ່ງແວດ ລ້ອມໄປຄຽງຄູ່ກັນ.

         

ປັດຈຸບັນ ຫວຽດນາມ ມີ 57 ລາຍການທາງດ້ານຮູບປະທຳ ແລະ ນາມມະທຳ ທີ່ໄດ້ຮັບ ການຮອງຮັບ ເປັນມໍລະດົກໂລກຈາກອົງການ UNESCO. ກອງປະຊຸມໄດ້ຮັບຟັງ ການແລກປ່ຽນບົດຮຽນ ແລະ ປະສົບປະການ ຈາກຊ່ຽວຊານ ແລະ ຕາງໜ້າພາກສ່ວນຕ່າງໆ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486365
ມື້ນີ້61
ມື້ວານ220
ອາທິດນີ້27
ເດືອນນີ້5670