ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາແຂວງ ດາວາວ, ປະເທດ ຟິລິບປິນ ມອບເຄື່ອງຄອມພິວເຕີໃຫ້ແກ່ສະຖານເອກອັກຄະລັດຖະທູດລາວ ທີ່ ມະນີລາ

   

  

20231009 Lao Em To PLP 1

20231009 Lao Em To PLP 3

  

  

ເພື່ອເປັນການປະກອບສ່ວນຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນການທູດລາວ ຄົບຮອບ 78 ປີ ໃນວັນທີ 12 ຕຸລາ 2023 ທີ່ຈະມາເຖິງນີ້. ໃນວັນທີ 9 ຕຸລາ 2023, ທີ່ ສຳນັກງານສະຖານເອກອັກຄະລັດຖະທູດລາວ ທີ່ ມະນີລາ, ທ່ານ ໂຈເຊບ ກູ ຊີ (Joseph  Cue Sy), ກົງສູນກິດຕິມະສັກແຫ່ງ ສປປ ລາວ ປະຈໍາ ແຂວງດາວາວ, ປະເທດ ຟິລິບປິນ ໄດ້ນໍາເອົາເຄື່ອງຄອມພິວເຕີໂນດບຸກ ຈຳນວນ 04 ເຄື່ອງ, ຄອມພິວເຕີຕັ້ງໂຕະ ແລະ ພຣິນເຕີ 01 ຊຸດ ຫຍີ່ຫໍ້ Lenovo, ແທບເລັດ ( ຫຍີ່ຫໍ້ iPad Pro ) 01 ເຄື່ອງ ມາມອບໃຫ້ແກ່ສະຖານເອກອັກຄະລັດຖະທູດລາວ ທີ່ ມະນີລາ, ຮັບໂດຍ ທ່ານ ສອນໄຊ ວັນນະໄຊ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ  ປະຈຳ ຟິລິບປິນ ແລະ ເປັນສັກຂີພິຍານຂອງພະນັກງານສະຖານທູດ, ເພື່ອເປັນການປະກອບສ່ວນໃຫ້ວຽກງານຂອງສະຖານທູດ ມີຄວາມສະດວກຍິງຂຶ້ນ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການເປັນເສນາທິການໃຫ້ກັບກະຊວງໃຫ້ທັນເວລາ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ລວມມູນຄ່າ 410.000 ເປໂຊ ( ສີ່ແສນສິບພັນເປໂຊ ) ສະກຸນເງິນ ຟິລິບປິນ ຫລື ປະມານ 161.000.000 ກີບ ( ໜຶ່ງຮ້ອຍຫົກສິບເອັດລ້ານກີບ ).

ອ່ານເພີ່ມເຕີມ... 

ທູດລາວ ຢ້ຽມຢາມແຮງງານລາວທີ່ໄດ້ຮັບບາດເຈັບ

 

20231005 LaoAmb visit LaoWorker

 

ໃນຕອນເຊົ້າ 5 ຕຸລາ 2023, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ນາງ ຄໍາຜີວ ຄໍາຊົມພູ, ພົນລະເມືອງລາວ ແລະ ແຮງງານລາວຕາມ MOU ທີ່ຖືກຍີງຢູ່ ຮ້ານຊັບພະສິນຄ້າສະຫຍາມພາຣາກອນ ໃນຕອນແລງວັນທີ 3 ຕຸລາ 2023. ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ໄທໄດ້ນໍາສົ່ງຜູ້ກ່ຽວເຂົ້າປິ່ນປົວຢູ່ໂຮງໝໍກຸງເທບຄຣິດສະຕຽນ ເປັນການດ່ວນ.

ອ່ານເພີ່ມເຕີມ... 

ທູດລາວຍື່ນສານຕາຕັ້ງຕໍ່ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກບາເຣນ

  

  

WhatsApp Image 2023 09 29 at 090057

WhatsApp Image 2023 09 29 at 090056

  

  

ໃນຕອນເຊົ້າຂອງວັນທີ 28 ກັນຍາ 2023, ຢູ່ ສໍານັກພະລາຊະວັງ Al Sakhir, ທີ່ ນະຄອນຫລວງ ມານາມາ, ປະເທດບາເຣນ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຊາມານ ບິນ ຮາມັດ ອາສ-ຄາລິຟາ (His ​Royal Highness Prince Salman bin Hamad Al Khalifa), ອົງມົງກຸດຣາຊະກຸມມານ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກບາເຣນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ໂດຍມີສໍານັກງານຕັ້ງຢູ່ ລັດກູເວດ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480294
ມື້ນີ້124
ມື້ວານ157
ອາທິດນີ້692
ເດືອນນີ້6525