ໃນຕອນເຊົ້າຂອງວັນທີ 25 ມັງກອນ 2024, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີເຜີຍແຜ່ເຊື່ອມຊືມເອກະສານ ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິງານສູນກາງພັກ ສະໄໝທີ XI, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັກຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ໃຫ້ກຽດເຜີຍແຜ່ເນື້ອໃນຂອງ 5 ເອກະສານທີ່ສຳຄັນຂອງພັກ, ຂອງຊາດ.
ຈຸດປະສົງຂອງການເຜີຍແຜ່ ແລະ ເຊື່ອມຊືມບັນດາເອກະສານສຳຄັນຂອງພັກຂອງຊາດໃນເທື່ອນີ້ ແມ່ນເພື່ອເຮັດໃຫ້ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານທີ່ກຳລັງປະຕິບັດໜ້າທີ່ ແລະ ສຶກສາຄົ້ນຄ້ວາຮ່ຳຮຽນຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ເຊື່ອມຊືມ, ຮັບຮູ້ເຖິງ ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ກາງສະໄໝ ແລະ ທິດທາງແຜນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະທ້າຍສະໄໝຂອງພັກ ກໍຄືຜົນຂອງກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ; ຮັບຮູ້ເຖິງ ເນື້ອໃນຈິດໃຈ, ຈຸດປະສົງຄາດໝາຍ, ຄວາມໝາຍຄວາມສຳຄັນ ແລະ ຂັ້ນຕອນຂອງການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ພ້ອມທັງນຳເອົາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງທີ່ໜ່ວຍພັກຕົນຮັບຜິດຊອບໃຫ້ສຳເລັດຕາມລະດັບຄາດໝາຍ. ນອກນັ້ນ, ຍັງເປັນການຫວນຄືນມູນເຊື້ອ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດແຫ່ງຊາດພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ຈົນໄດ້ຮັບໄຊຊະນະໃນວັນທີ 2 ທັນວາ 1975; ລະນຶກເຖິງຜົນງານ, ຄຸນງາມຄວາມດີ, ຄວາມເປັນແບບຢ່າງ, ອຸທິດຕົນເພື່ອຊາດ ເພື່ອການປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ແລະ ເປັນການສຶກສາອົບຮົມແນວຄິດ, ຝຶກຝົນຫຼໍ່ຫຼອມສະມາຊິກພັກ, ພະນັກງານທີ່ກຳລັງປະຕິບັດໜ້າທີ່ ແລະ ສຶກສາຮ່ຳຮຽນຢູ່ຕ່າງປະເທດ ໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່.
ເຂົ້າຮ່ວມໃນພິທີດັ່ງກ່າວນີ້ ມີຜູ້ຕາງໜ້າຈາກ 10 ໜ່ວຍພັກທີ່ປີ່ນອ້ອມຄະນະພັກຮາກຖານສະຖານທູດລາວ ປະຈຳ ສສ ຫວຽດນາມ ໃນນະຄອນຫຼວງຮ່າໂນ້ຍ ຄື: ໜ່ວຍພັກ ສະຖານທູດລາວປະຈຳຮ່າໂນ້ຍ, ໜ່ວຍພັກ ອົງການຜູ້ຕາງໜ້າ ປກສ ລາວ ປະຈຳຫວຽດນາມ, ໜ່ວຍພັກ ສະຖາບັນບໍລິຫານການສຶກສາ, ໜ່ວຍພັກ 3 ສະຖາບັນ, ໜ່ວຍພັກ ພະລາທິການກອງທັບ, ໜ່ວຍພັກ ສະຖາບັນການປົກຄອງແຫ່ງຊາດ, ໜ່ວຍພັກ ສູນລວມນັກສຶກສາລາວ, ໜ່ວຍພັກ ໂຄສະນາ-ຂ່າວສານ, ໜ່ວຍພັກ ສະຖາບັນກະສິກຳ-ກິລາ ແລະ ໜ່ວຍພັກ ກອງຕີພິເສດ.
ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊືມໃນຄັ້ງນີ້ ປະກອບມີ: ເອກະສານຜົນສຳເລັດ ຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ເອກະສານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອກະສານ ໂຄສະນາ-ຖາປະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ເອກະສານ ໂຄສະນາ-ປາຖະກະຖາ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.