(ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິ່ນ ຮຸຍ ຕວັນ, ປະທານຄະນະກໍາມະການປະຊາຊົນແຂວງອຽນບາຍ)
(ເຂົ້າຢ້ຽມຂໍ່ານັບ ສະຫາຍ ຮວ່າງ ຢາງ, ຮອງເລຂາພັກແຂວງລ່າວກາຍ)
(ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລ ວັນ ເລືອງ, ຮອງເລຂາພັກ, ປະທານຄະນະກຳມະການປະຊາຊົນແຂວງລາຍເຈົາ)
(ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ດຶກ ຕວ່ານ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງດຽນບຽນ)
(ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ແທ່ງ ກົງ, ຄະນະພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເຊີນລາ)
ໃນໂອກາດດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຄົນໃໝ່, ສະຫາຍ ນາງ ຄໍາເພົາ ເອີນທະວັນ ພ້ອມຄະນະຜູ້ແທນຈາກສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ ນັບແຕ່ວັນທີ 29 ມັງກອນ 2024 - 02 ກຸມພາ 2024.
ໃນໂອກາດນີ້, ສະຫາຍທູດພ້ອມຄະນະ ໄດ້ເຂົ້າຢ້ຽມ ແລະ ພົບປະກັບສະຫາຍ ເຈິ່ນ ຮຸຍ ຕວັນ, ປະທານຄະນະກໍາມະການປະຊາຊົນແຂວງ ອຽນບາຍ; ສະຫາຍ ຮວ່າງ ຢາງ, ຮອງເລຂາພັກແຂວງ ລາວກ່າຍ; ສະຫາຍ ເລ ວັນ ເລືອງ, ຮອງເລຂາພັກ, ປະທານຄະນະກຳມະການປະຊາຊົນແຂວງ ລາຍເຈົາ; ສະຫາຍ ຟ້າມ ດຶກ ຕວ່ານ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ດ້ຽນບຽນ ແລະ ສະຫາຍ ຫງວຽນ ແທ່ງ ກົງ, ຄະນະພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ເຊີນລາ.
ໃນການເຂົ້າຢ້ຽມ ແລະ ພົບປະຄັ້ງນີ້, ບັນດາການນຳຂອງແຕ່ລະແຂວງ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງທີ່ ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຕໍ່ສະຫາຍ ພ້ອມທັງໄດ້ລາຍງານສະພາບການພາຍໃນແຂວງ ເປັນຕົ້ນແມ່ນ ວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນການພົວພັນຮ່ວມມືກັບບັນດາແຂວງຕ່າງໆຂອງລາວ ຊຶ່ງໃນໄລຍະຜ່ານມາກໍໄດ້ຮັບການເພີ່ມພູນຄູນສ້າງ ແລະ ມີຜົນສຳເລັດເປັນກ້າວໆ. ນອກຈາກນັ້ນ, ບັນດາການນໍາແຕ່ລະແຂວງ ຍັງໄດ້ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ໄດ້ນຳພາຄະນະຈາກສະຖານທູດລາວ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມໃນຄັ້ງນີ້ ເຊິ່ງຈະເປັນການສືບຕໍ່ການກະຕຸກຊຸກຍູ້ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍແມ່ນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາແຂວງທ້ອງຖິ່ນຂອງລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ເອກອັກຄະລັດຖະທູດລາວ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງການນຳບັນດາແຂວງຕ່າງໆ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງເຕັມໄປດ້ວຍນໍ້າໃຈຖານມິດສະຫາຍອ້າຍນ້ອງ. ພ້ອມທັງ ໄດ້ກ່າວສະແດງຄວາມຍິນດີທີ່ເຫັນວ່າ ບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ສາມາດພັດທະນາແຂວງຂອງຕົນໄດ້ຢ່າງຮອບດ້ານ ແລະ ສະແດງຄວາມຊົມເຊີຍທີ່ບັນດາແຂວງໄດ້ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອໃນການກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ແກ່ບັນດາແຂວງຂອງລາວ. ພ້ອມກັນນີ້, ສະຫາຍຍັງໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ເປັນຂົວຕໍ່ ແລະ ເປັນຜູ້ປະສານງານໃຫ້ແກ່ການພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນຂອງລາວ ແລະ ຫວຽດນາມ ເພື່ອສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.
ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກໃນບັນດາແຂວງພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມຄັ້ງນີ້, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມເຂດດ່ານຊາຍແດນ ແຂວງລາວກ່າຍ ທີ່ຕິດກັບ ສປ ຈີນ, ຢ້ຽມຊົມເມືອງທ່ອງທ່ຽວ ຊາປາ ຊຶ່ງເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງແຂວງ ລາຍກ່າຍ; ຢ້ຽມຊົມການລ້ຽງປາຢູ່ນຳ້ເຢັນ ແລະ ພື້ນຖານການຜະລິດກະສິກຳຂອງແຂວງລາຍເຈົາ; ພົບປະນັກສຶກສາລາວ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດໃນສະໄໝຕໍ່ສູ້ຂັບໄລ່ຈັກພັດຕ່າງດ້າວ ຢູ່ແຂວງ ດຽນບຽນ; ຢ້ຽມຊົມເຂື່ອນໄຟຟ້າ ເຊີນລາ ແລະ ຂົວແກ້ວເມືອງມົກເຈົາ, ເຊິ່ງເປັນຈຸດທ່ອງທ່ຽວສຳຄັນຂອງແຂວງ ເຊີນລາ.