ພິທີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 - 20 ມັງກອນ 2024 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 20 ແລະ 21 ມັງກອນ 2024 ທີ່ໂຮງຮຽນນາຍທະຫານການເມືອງ ແລະ ວິທະຍາຄານເຕັກນິກການທະຫານ ໃນນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ ໂດຍມີ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມ ແລະ ໃຫ້ກຽດ ເລົ່າຄືນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ເຂົ້າຮ່ວມຮັບຟັງໃນການປາຖະກະຖາ ເລົ່າມູນເຊື້ອໃນຄັ້ງນີ້ ມີນັກສຶກສາລາວທີ່ກຳລັງ ສຶກສາ, ຄົ້ນຄວ້າ, ຮ່ຳຮຽນຈາກ 17 ສະຖາບັນການສຶກສາກອງທັບຢູ່ນະຄອນຫຼວງຮ່າໂນ້ຍ (ເຂດພາກເໜືອ) ຄື: ວິທະຍາຄານວິທະຍາສາດການທະຫານ, ວິທະຍາຄານການທະຫານປ້ອງກັນຊາຍແດນ, ວິທະຍາຄານປ້ອງກັນອາກາດ-ທະຫານອາກາດ, ໂຮງຮຽນນາຍທະຫານບົກ ເລກ 1, ໂຮງຮຽນນາຍທະຫານການເມືອງ, ໂຮງຮຽນນາຍທະຫານຕີພິເສດ, ໂຮງຮຽນນາຍທະຫານປ້ອງກັນເຄມີ, ໂຮງຮຽນນາຍທະຫານປຶນໃຫຍ່, ມະຫາວິທະຍາໄລວັດທະນະທຳສິລະປະກອງທັບ, ວິທະຍາຄານປ້ອງກັນປະເທດ, ວິທະຍາຄານການເມືອງ, ວິທະຍາຄານພະລາທິການ, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານການແພດກອງທັບ, ວິທະຍາຄານເຕັກນິກກົດລັບ, ໂຮງຮຽນນາຍທະຫານລົດຖັງ-ລົດຫຸ້ມເກາະ ແລະ ກອງ 871 ກອງທັບ ເຂົ້າຮ່ວມໃນສອງວັນ ຈຳນວນທັງໝົດ ຫຼາຍກວ່າ 800 ສະຫາຍ.
ຈຸດປະສົງຂອງການຈັດປາຖະກະຖາໃນເທື່ອນີ້ແມ່ນເພື່ອ ເຮັດໃຫ້ບັນດາເຫຼົ່ານັກສຶກສາລາວທີ່ກຳລັງຮ່ຳຮຽນບັນດາສະຖານບັນການສຶກສາຂອງກອງທັບຫວຽດນາມ (ເຂດພາກເໜືອ) ໄດ້ເຊື່ອມຊືມ, ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ເຖິງປະຫວັດແຫ່ງ ຕົ້ນກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ການຕໍ່ສູ້ເດັດດ່ຽວໜຽວແໜ້ນ ບໍ່ຍອມຈຳນົນ ຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະຂອງການປະຕິວັດລາວນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ.
ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ໃຫ້ກຽດເລົ່າຄືນເຖິງ ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດອັນສຳຄັນ ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງພວກເຮົາ. ການສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການໜຶ່ງທີ່ສຳຄັນທີ່ສຸດໃນປະຫວັດສາດຂອງປະເທດເຮົາ ເປັນບາດກ້າວຂະຫຍາຍຕົວຂອງການປະຕິວັດ ແມ່ນບາດກ້າວທີ່ເຂັ້ມແຂງຂອງກອງກຳລັງປະກອບອາວຸດປະຕິວັດ ເປັນຂະບວນຫຼັກແຫຼ່ງໃນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ. ໃນໄລຍະສ້າງຕັ້ງຂຶ້ນໃໝ່ແມ່ນກອງລາດຊະວົງ ຕໍ່ມາແມ່ນກອງກຳລັງລາວອິດສະຫຼະ ຈາກນັ້ນແມ່ນກອງທັບປົດປ່ອຍປະຊາຊົນລາວ ແລະ ປັດຈຸບັນແມ່ນກອງທັບປະຊາຊົນລາວ. ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ກອງກຳລັງປະຕິວັດໄດ້ເຮັດໜ້າທີ່ສ້າງຜົນງານອັນໃຫຍ່ຫຼວງຈົນເຮັດໃຫ້ມີສອງແຂວງເຕົ້າໂຮມ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ), ກອງພັນທີ 2 ໄດ້ຜ່າວົງປິດລ້ອມຂອງສັດຕູຢູ່ແຂວງຊຽງຂວາງໄປເຖິງຖານທີ່ໝັ້ນຂອງການປະຕິວັດໄດ້ຢ່າງປອດໄພ ແລະ ໄດ້ພາຜູ້ນຳແນວລາວຮັກຊາດແຫກຄຸກໂພນເຄັງຢ່າງມະຫັດສະຈັນ ນັບວ່າເປັນສອງເຫດການທີ່ສຳຄັນໃນໜ້າປະຫວັດສາດຂອງຊາດລາວເຮົາ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ 5 ບັ້ນຮົບໃຫຍ່ທີ່ກອງທັບປະຕິວັດສາມາດຍາດໄດ້ໄຊຊະນະຢ່າງລຽນຕິດ ຄື: ບັ້ນຮົບປົດປ່ອຍຫຼວງນ້ຳທາ (ແຂວງຫຼວງນ້ຳທາ), ບັ້ນຮົບນໍ້າບາກ (ແຂວງຫຼວງພະບາງ), ບັ້ນຮົບຜາຖີ່ (ແຂວງຫົວພັນ), ບັ້ນຮົບກູ້ກຽດ (ທົ່ງໄຫຫີນ-ແຂວງຊຽງຂວາງ) ແລະ ບັ້ນຮົບລາມເຊິນ (ຫວຽດນາມ). ກອງທັບກັບປະຊາຊົນ ຍາມໃດກໍປຽບເໝືອນປາກັບນ້ຳ ທີ່ບໍ່ສາມາດແຍກອອກຈາກກັນໄດ້.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ມີບາງຄຳເຫັນຕໍ່ບັນດານັກສຶກສາລາວທີ່ກຳລັງສຶກສາຮ່ຳຮຽນຢູ່ບັນດາສະຖາບັນ, ໂຮງຮຽນກອງທັບຂອງຫວຽດນາມ ຈົ່ງໄດ້ມີສະຕິ, ລະມັດລະວັງໃນການເສບຂ່າວ ການໃຊ້ສື່ສັງຄົມອອນລາຍໃນສະພາບປັດຈຸບັນ, ປະເທດເຮົາມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ເສດຖະກິດເຖິງຈະມີຄວາມຫຍຸ້ງຍາກ ແຕ່ກໍໄດ້ມີທ່ວງທ່າດີຂຶ້ນ. ພັກ ແລະ ລັດຖະບານກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຊອກຫາ ວິທີທາງເພື່ອແກ້ໄຂໃຫ້ທັນການ. ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທຸກຄົນທີ່ເຂົ້າຮ່ວມ ຈົ່ງມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເອົາໃຈໃສ່ໃນການສຶກສາ, ຄົ້ນຄວ້າ, ຮ່ຳຮຽນ, ຍາດແຍ່ງເອົາຄວາມຮູ້, ຄວາມສາມາດ, ເຕັກນິກ-ວິທະຍາສາດຕາມທີ່ການຈັດຕັ້ງໄດ້ໄວ້ເນື້ອເຊື່ອໃຈໃຫ້ມາສຶກສາຮ່ຳຮຽນ. ປີ 2024, ປະເທດລາວເຮົາຈະເປັນປະທານອາຊຽນ ຊຶ່ງຈະໄດ້ເປັນເຈົ້າພາບຈັດກອງປະຊຸມຫຼາຍໆກອງປະຊຸມໃນທຸກລະດັບ ໂດຍຈະເນັ້ນໜັກໃສ່ 3 ເສົາຄ້ຳ: ການເມືອງ, ຄວາມໝັ້ນຄົງ ແລະ ວັດທະນະທຳ-ສັງຄົມ. ແລະ ປີ 2024 ກໍເປັນປີທ່ອງທ່ຽວຂອງລາວ ຊຶ່ງພວກເຮົາທຸກຄົນຈະຕ້ອງໄດ້ປະກອບສ່ວນເຜີຍແຜ່, ໂຄສະນາໃຫ້ເພື່ອນມິດສະຫາຍໄປທ່ອງທ່ຽວຢູ່ປະເທດເຮົາໃຫ້ຫຼາຍຂຶ້ນ. ຮຽກຮ້ອງໃຫ້ທຸກຄົນຈົ່ງເຊື່ອໝັ້ນຕໍ່ການນຳພາຂອງພັກ, ຂອງກອງທັບ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ເອົາໃຈໃສ່ປະຕິບັດລະບຽບການຂອງໂຮງຮຽນ, ລະບຽບກົດໝາຍຂອງປະເທດເຈົ້າພາບໃຫ້ເຄັ່ງຄັດ, ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ຮັກແພງຊ່ວຍເຫຼຶອເຊິ່ງກັນແລະກັນ, ສືບຕໍ່ຄົ້ນຄວ້າ, ສຶກສາ, ຮ່ຳຮຽນ ຮຽນເອົາທັງທິດສະດີ ແລະ ພຶດຕິກຳຕົວຈິງຂອງເພື່ອນໄປພັດທະນາ, ສ້າງສາປະເທດຊາດລາວຂອງພວກເຮົາໃຫ້ຈະເລີນເຂັ້ມແຂງ ແລະ ກ້າວໜ້າໄປຢ່າງບໍ່ຢຸຸດຢັ້ງ.
*****************************