ໃນວັນທີ 30 ມັງກອນ 2024 ຢູ່ທີ່ ຫໍສະພາປະຊາຊົນຈີນ, ສະຫາຍ ສົມພອນ ສີຈະເລີນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສະຫາຍ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ.
ໃນໂອກາດດັ່ງກ່າວ ສະຫາຍເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານສະຫາຍອ້າຍນ້ອງຈາກ ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສະຫາຍ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ, ລັດຖະບານ ແລະ ປະຊາຊົນຈີນທຸກທົ່ວໜ້າ.
ສະຫາຍປະທານປະເທດ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ສະຫາຍ ສົມພອນ ສີຈະເລີນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສປ ຈີນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ພ້ອມທັງສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດເຖິງ ສະຫາຍປະທານປະເທດ ທອງລຸນ ສີສຸລິດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ, ພ້ອມທັງອວຍພອນໃຫ້ສະຫາຍເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປ ຈີນ, ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນຮ່ວມມືອັນເປັນມູນເຊື້ອ ບົນພື້ນຖານຄູ່ຮ່ວມຍຸດທະສາດຮອບດ້ານ ໜັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.