ໃນລະຫວ່າງວັນທີ 14-16 ກັນຍາ 2023 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອຳລາການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ເຂດ 4.
ວັນທີ 07 ກັນຍາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ເນື່ອງໃນໂອກາດທ່ານທູດຈະຈົບວາລະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ວັນທີ 05 ກັນຍາ 2023, ທີ່ ໂຮງຮຽນມິດຕະພາບ T78 ໄດ້ຈັດພິທີເປີດສົກຮຽນໃໝ່ ສົກປີ 2023-2024, ເຂົ້າຮ່ວມພິທີມີ ທ່ານ ເວືອງ ດິງ ເຫວ (Vuong Dinh Hue), ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ. ສ່ວນຝ່າຍສະຖານທູດມີທ່ານ ແສງເພັດ ຮຸ່ງບຸນ ຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ນອກນີ້ຍັງມີການນຳຈາກສະພາແຫ່ງຊາດ, ກະຊວງສຶກສາກໍ່ສ້າງ, ການນຳຈາກນະຄອນຫຼວງຮ່າໂນ້ຍ, ການນຳເມືອງຟຸກເຖາະ, ສະມາຄົມມິດຕະພາບຫວຽດນາມ-ລາວ ພ້ອມດ້ວຍພະນັກງານຄູອາຈານ ແລະ ນັກຮຽນຢ່າງພ້ອມພຽງ.