ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ພິທີມອບຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍໃຫ້ແກ່ ຫົວໜ້າ ແລະ ຮອງຫົວໜ້າອົງການ KOICA ປະຈຳ ສປປ ລາວ.

 

 

KOICA

KOICA1

 

         ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ເກົາຫຼີ, ທ່ານ ທ່ຽງ ບຸບຜາ, ເອກອັກຄະລັດຖະທູດ ລາວ ປະຈໍາ ສ.ເກົາຫຼີ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ໃຫ້ກຽດປະດັບຫຼຽນກາມິດຕະພາບ ແກ່ທ່ານ ຊັງຊູ ໂອ ​(Sungsoo Oh), ຫົວໜ້າອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ມອບໃບຍ້ອງຍໍລັດຖະບານໃຫ້ແກ່ທ່ານ ນາງ ວອນຢຸງ ຢໍ (Wongyoung Yeo), ຮອງຫົວໜ້າອົງການຮ່ວມມື ສາກົນ ສ.ເກົາຫຼີ ຫຼື Korea International Cooperation Agency (KOICA) ປະຈໍາ ສປປ ລາວ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ໄລຍະແຕ່ປີ 2017-2020 ແລະ ໄດ້ຮັບຜົນສຳເລັດໃນການປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສ.ເກົາຫຼີ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ຄົນໃໝ່.

 

26-8laoviet

 

26-8laoviet1

 

ວັນທີ 26 ສິງຫາ 2021 ທີ່ຫ້ອງວ່າການຄະນະພັກນະຄອນຫຼວງຮ່າໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ​​​ດິງ ຕຽນ ຢຸງ, ກຳມະການກົມ​ການ​ເມືອງການສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

ອ່ານເພີ່ມເຕີມ... 

ທູດລາວຍື່ນສານຕາຕັ້ງຕໍ່ກະສັດ ແຫ່ງ ຣາຊະອານາຈັກບາເຣນ.

 

2482021kuwait

 

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2021 ແລ້ວນີ້, ຢູ່ ສໍານັກພະລາຊະວັງ ທີ່ ນະຄອນຫລວງ ມານາມາ, ປະເທດບາເຣນ ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຮາມັດ ບິນ ອິຊາ ອາສ-ຄາລິຟາ (His Majesty King Hamad Bin Isa Al-Khalifa) ກະສັດ ແຫ່ງ ຣາຊະອານາຈັກບາເຣນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ໂດຍມີສໍານັກງານຕັ້ງຢູ່ ລັດກູເວດ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486149
ມື້ນີ້65
ມື້ວານ215
ອາທິດນີ້1185
ເດືອນນີ້5454