ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຄົນໃໝ່

20210625

      

      ວັນທີ 24​ ມິຖຸນາ 2021 ທີ່ ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ແລະ ຊົມເຊີຍ ສະຫາຍ ​​ເລມິງຮຶງ, ​ເລຂາທິການສູນ​ກາງ​ພັກ, ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ ເນື່ອງ​ໃນ​ໂອກາດທີ່ສະຫາຍ​ໄດ້ຮັບ​ຕຳ​ແໜ່ງ​ໃໝ່.


     ໂອກາດ​ນີ້,ສະຫາຍ ແສງເພັດ ຮຸ່ງບຸນຍວງກໍໄດ້​ນຳເອົາກະຕ່າດອກໄມ້ ​ເຂົ້າອວຍພອນ ແລະ ສະ​ແດງ​ຄວມຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຕໍ່ສະຫາຍ​​ເລມິ​ງຮຶງ, ​ເລຂາທິການສູນ​ກາງ​ພັກ,ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ​​ເນື່ອງໃນ​ໂອກາດທີ່​ສະຫາຍໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຄົນ​ໃໝ່, ສິ່ງ​ດັ່ງກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອໝັ້ນ ​ແລະ ​ໄວ້​ວາງ​ໃຈຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດຫວຽດນາມຕໍ່​ກັບຄວາມຮູ້ ຄວາມ​ສາມາດ, ບົດບາດ​ໃນ​ການ​ຊີ້ນໍາ-​ນໍາພາ​, ການ​ປະກອບສ່ວນ​ຢ່າງ​ຫ້າວຫັນ​ແລະ ມີ​ປະສິດທິຜົນ​ຂອງ​ສະຫາຍ ໃນ​ໄລຍະ​ຜ່ານ​ມາ.
      ພ້ອມ​ດ້ວຍ​ກັນ​ນັ້ນສະຫາຍ​ເອກ​ອັກຄະ​ລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຄັ້ງ 13 ຂອງພັກກອມມູນິດຫວຽດນາມ, ຜົນສໍາເລັດຂອງກອງປະຊຸມ ສະໄໝທີ 11 ຂອງສະພາແຫ່ງຊາດ ຊຸດທີ 14 ແລະ ຜົນສໍາເລັດອັນຈົບງາມໃນການຈັດການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນທ້ອງຖິ່ນຂັ້ນຕ່າງໆ ໄລຍະ 2021-2026, ໃຫ້ຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຫງວຽນ ຝູ ຈ້ອງ ແລະ ການບໍລິຫານຂອງຄະນະລັດຖະບານ, ພວກສະຫາຍຈະສາມາດຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2026) ກໍຄືວິໄສທັດຮອດປີ 2030 ໃນໂອກາດ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ວິໄສທັດຮອດປີ 2045 ໃນໂອກາດ 100 ປີ ວັນສ້າງຕັ້ງ ຫວຽດນາມ.
ສະຫາຍ​​ເລມິງຮຶ​ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມພ້ອມ​ຄະນະ ​ທີ່ໄດ້​ມາ​ອວຍພອນ​ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ໄລຍະ​ທີ່​ຕົນໄດ້ມາ​ຮັບ​ຕຳ​ແໜ່ງ​ໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສະຫາຍທູດຈະ​ເປັນ​ຂົວ​ຕໍ່ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ, ສອງຫ້ອງວ່າການສູນ​ກາງ​ພັກ​ແລ​ະປະຊາຊົນ​ສອງ​ຊາດ ຫວຽດນາມ-ລາວ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ນອກຈາກນັ້ນ, ສະຫາຍ ເລ ມິງ ຮຶງ ກໍໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະຜົນ​ການ​ເລືອກ​ຕັ້ງ​ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ​ຂອງ​ສປປລາວ. ສະຫາຍ ເລ ມິງ ຮຶງ ຍັງໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນລາວ ເຖິງວ່າ ລາວຍັງພົບຄວາມຫຍຸ້ງຍາກນາໆປະການ ແຕ່ກໍຍັງບິແບ່ງການຊ່ວຍເຫຼືອໃຫ້ແກ່ຫວຽດນາມ ໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຮອບ 4 ນີ້.
​       ໃນໂອກາດ​ດັ່ງກ່າວ,​ ສະຫາຍແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມເຫັນໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ກໍາລັງປະສົບຄວາມຫຍຸ້ງຍາກຈາກການລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບ 4 ນີ້ ຊຶ່ງເປັນຮອບທີ່ຄວາມຫຍຸ້ງຍາກສັບສົນພໍສົມຄວນ ແຕ່ກໍເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ການຕັດສິນໃຈອັນເດັດດ່ຽວ, ມາດຕະການຮັບມືຢ່າງມີປະສິດທິພາບຂອງລັດຖະບານ ແລະ ຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນ ຫວຽດນາມ ຈະສາມາດຍາດໄດ້ໄຊຊະນະໃນການຄວບຄຸມການລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍໄວ. ນອກຈາກນີ້, ສະຫາຍທູດ ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຢ່າງມິດຈິດມິດໃຈຕະຫຼອດມາທັງໃນສະໄໝການຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງສັນຕິພາບ, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໂດຍສະເພາະໃນໄລຍະການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ຢູ່ ສປປ ລາວ ຫວຽດນາມ ກໍໄດ້ສົ່ງຊ່ຽວຊານ,​ ງົບປະມານ ​ແລະອຸປະກອນການແພດ ໄປຊ່ວຍພວກຂ້າພະເຈົ້າ ຢ່າງທັນການ ແລະ ມີປະສິດທິຜົນ.
       ໃນຕອນທ້າຍ, ສະຫາຍທູດ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ​ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ​ແລະຈະເລີນງອກງາມຂຶ້ນເລື້ອຍໆໄປ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486135
ມື້ນີ້51
ມື້ວານ215
ອາທິດນີ້1171
ເດືອນນີ້5440