ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຢ້ຽມຢາມພີ່ນ້ອງເຊື້ອຊາດລາວ ຢູ່ເຂດນິວອິງແລນ

 

20210710-11 Lao Amb To US

 

ໃນລະຫວ່າງວັນທີ 10-11 ກໍລະກົດ 2021, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດສະຫະລັດ ອາເມລິກາ ແລະ ການາດາ, ພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ເຂດນິວອິງແລນ ໂດຍສະເພາະຢູ່ລັດໂຣດໄອແລນ ແລະ ລັດໃກ້ຄຽງ ທາງພາກຕາເວັນອອກສ່ຽງເໜືອຂອງ ສ. ອາເມລິກາ ເຊິ່ງເປັນຄັ້ງທໍາອິດພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ແຕ່ຕົ້ນປີ 2020 ເປັນຕົ້ນມາ ຕາມການເຊື້ອເຊີນຂອງ ທ່ານ ວຽງຄອນ ພົມມະສິດ, ປະທານສະມາຄົມລາວ ແຫ່ງ ລັດໂຣດໄອແລນ ແລະ ທ່ານ ຄໍາເຜີຍ ສຸຣິຍາ, ປະທານສະມາຄົມ ສາຍສໍາພັນ ສະຫວັນນະເຂດ ແຫ່ງ ເຂດນິວອິງແລນ.

ໃນໂອກາດເຄື່ອນໄຫວດັ່ງກ່າວ, ທັງສອງຫົວໜ້າສໍານັກງານ ໄດ້ມີການພົບປະໂອ້ລົມກັບປະທານສະມາຄົມທັງ 2 ທ່ານ ພ້ອມດ້ວຍພີ່ນ້ອງເຊື້ອຊາດລາວ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພົ້ນເດັ່ນດ້ານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ລວມທັງສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຜົນກະທົບຕ່າງໆ ແລະ ການແກ້ໄຂບັນຫາຕ່າງໆ ເປັນຕົ້ນແມ່ນການອອກມາດຕະການຈໍາກັດການເຂົ້າ-ອອກ ສປປ ລາວ ໃນແຕ່ລະໄລຍະ ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນແທ້ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ຍັງໄດ້ແຈ້ງ ແລະ ອະທິບາຍ ການສືບຕໍ່ໃຫ້ການບໍລິການ ກໍຄືການປົກປ້ອງສິດຜົນປະໂຫຍດ ຂອງຄົນລາວຢູ່ຕ່າງປະເທດ ຂອງສະຖານທູດ ເຊິ່ງຄົນລາວ ແລະ ພີ່ນ້ອງເຊື້ອຊາດລາວໃຫ້ຄວາມສົນໃຈ ແລະ ຕິດຕໍ່ສອບຖາມສະຖານທູດຕະຫຼອດເວລາ ໂດຍສະເພາະການເດີນທາງຢ້ຽມຢາມລາວ ກໍຄືການສະເໜີຂໍກັບລາວຢ່າງຖາວອນ ຂອງຫຼາຍໆທ່ານ. ນອກຈາກນັ້ນ, ກໍໄດ້ຖາມຂ່າວຄາວ ກ່ຽວກັບສະພາບການດໍາລົງຊີວິດ ຂອງພີ່ນ້ອງເຊື້ອຊາດລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ຍັງໄດ້ເປີດໂອກາດໃຫ້ມີການສົນທະນາຖາມ-ຕອບບັນຫາອື່ນໆ ທີ່ພີ່ນ້ອງເຊື້ອຊາດລາວມີຄວາມສົນໃຈ.

ໃນຕອນແລງຂອງວັນທີ 10 ກໍລະກົດ 2021, ປະທານສະມາຄົມດັ່ງກ່າວ ພ້ອມດ້ວຍພີ່ນ້ອງເຊື້ອຊາດລາວ ໄດ້ຮ່ວມກັນຈັດງານລ້ຽງຕ້ອນຮັບ ໃຫ້ແກ່ຄະນະຂອງ 2 ສໍານັກງານ, ເຊິ່ງໃນນັ້ນ ທ່ານ ວຽງຄອນ ພົມມະສິດ, ປະທານສະມາຄົມລາວ ແຫ່ງ ລັດໂຣດໄອແລນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານທູດທັງສອງ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ. ໃນໂອກາດດຽວກັນ, ທ່ານທູດ ຄໍາພັນ ອັ່ນລາວັນ ແລະ ທ່ານທູດ ອານຸພາບ ວົງໜໍ່ແກ້ວ ກໍ່ໄດ້ພັດປ່ຽນກັນແນະນໍາຕົນເອງ ພ້ອມທັງສະແດງຄວາມດີໃຈ ທີ່ໄດ້ມີໂອກາດມາຢ້ຽມຢາມພີ່ນ້ອງຄົນເຊື້ອຊາດລາວຢູ່ເຂດດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ ປະທານສະມາຄົມທັງສອງທ່ານ ກໍຄື ພີ່ນ້ອງເຊື້ອຊາດລາວ ທີ່ໄດ້ໃຫ້ການເຊື້ອເຊີນ ແລະ ຕ້ອນຮັບອັນອົບອຸ່ນ ແລະ ຖືໂອກາດນີ້ ຝາກຄໍາຢ້ຽມຢາມຖາມຂ່າວເຖິງພີ່ນ້ອງເຊື້ອຊາດລາວທຸກທ່ານ ທີ່ບໍ່ສາມາດເຂົ້າຮ່ວມງານລ້ຽງພົບປະໃນຄັ້ງນີ້ ພ້ອມທັງ ໄດ້ອວຍພອນໄຊໃຫ້ທຸກຄົນ ຈົ່ງມີແຕ່ຄວາມຜາສຸກ ຄວາມຈະເລີນ ປາສະຈາກໂລກໄພໄຂ້ເຈັບທັງປວງ. ການພົບປະ ແລະ ງານລ້ຽງຄັ້ງນີ້ ທີ່ມີຜູ້ເຂົ້າຮ່ວມທັງໝົດປະມານ 100 ຄົນ ແມ່ນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ສະໜິດສະໜົມ ແລະ ຄວາມດີໃຈ ຂອງພີ່ນ້ອງຄົນເຊື້ອຊາດລາວ.

------------**-----------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486076
ມື້ນີ້207
ມື້ວານ168
ອາທິດນີ້1112
ເດືອນນີ້5381