ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທູດປອກຕຸຍການ

 

20210716 Lao Am To Thai-2

 

ໃນວັນທີ 16 ກໍລະກົດ​ 2021,​ ທ່ານ ແສງ​ ສຸຂະທິວົງ​ ເອກະອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາຈັກໄທ​ ທີ່ບາງກອກ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂຊອາວ-ເບີນາດໂດ ດີ ໂອລິເວຣາ ມາກຕີນ ເວັນຈະເຕັນ (Joao-Bernardo de Oliveire Martins WEINSTEIN), ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປອກຕຸຍການ ປະຈໍາ ສທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

ຫຼັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນກັນ ໂດຍທ່ານເອກອັກຄະລັດຖະທູດປອກຕຸຍການ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ. ລາວ ປະຈຳຣາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທານະລັດ ປອກຕຸຍການ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂື້ນ.

ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ. ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໂຊອາວ-ເບີນາດໂດ ດີ ໂອລິເວຣາ ມາກຕີນ ເວັນຈະເຕັນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປອກຕຸຍການ ປະຈຳ ສປປ. ລາວ; ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ປອກຕຸຍການ ທີ່ມີບາດກ້າວຂະຫຍາຍຕົວ ໂດຍທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງສອງກະຊວງການຕ່າງປະເທດ; ສະແດງຄວາມຂອບໃຈລັດຖະບານປອກຕຸຍການ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການສຶກສາແກ່ຝ່າຍລາວ ໃນໄລຍະທີ່ຜ່ານມາ. ນອກຈາກການຮ່ວມມືສອງປະເທດແລ້ວ, ທັງສອງຝ່າຍຍັງໄດ້ໃຫ້ການສະໜັບສະໜູນຊຶ່ງກັນແລະກັນ ທັງໃນເວທີພາກພື້ນ ແລະ ສາກົນ.

ທ່ານເອກອັກຄະລັດຖະທູດ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ປອກຕຸຍການ ໄດ້ເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ສິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄືສອງສຳນັກງານຕ່າງໜ້າການທູດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດໃຫ້ເພີ່ມສູງຂື້ນເລື້ອຍໆ.

ທ່ານເອກອັກຄະລັດຖະທູດ ສປປ ລາວ ໄດ້ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານເອກອັກຄະລັດຖະທູດ ປອກຕຸຍການ ຈົ່ງມີສຸຂະພາບເຂັ້ມແຂງ,​ ມີພະລານາໄມສົມບູນ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ອັນມີກຽດ ແລະ ສູງສົ່ງ ປະຈຳ ສປປ ລາວ.

າທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດປອກຕຸຍການໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ພຶດສະພາ 1995.

 

*******************//*******************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486095
ມື້ນີ້11
ມື້ວານ215
ອາທິດນີ້1131
ເດືອນນີ້5400