ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ

 

20210726Switz8

 

ໃນວັນທີ 26 ກໍລະກົດ 2021, ຢູ່ທີ່ສໍານັກງານໃຫຍ່ ອົງການການຄ້າໂລກ (WTO) ທີ່ ເຊີແນວ, ປະເທດສະວິດເຊີແລນ, ທ່ານ ລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ເອັນໂງຊີ ໂອກົນໂຈ ອີວຽນລາ (Ngozi Okonjo-Iweala), ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ເພື່ອດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການການຄ້າໂລກ.

 

ພາຍຫລັງການຍື່ນສານຕາຕັ້ງ ກໍໄດ້ມີການພົບປະຢ່າງເປັນທາງການ, ເຊິ່ງທ່ານຜູ້ອໍານວຍການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຮັບໜ້າທີ່ໃຫມ່ ແລະ ຢືນຢັນຈະໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ສປປ ລາວ ແລະ ອົງການການຄ້າໂລກ ດ້ານເສດຖະກິດ-ການຄ້າ ໃຫ້ນັບມື້ນັບຮັດແໜ້ນຍິ່ງຂຶ້ນ.

 

ໃນໂອກາດນີ້, ທ່ານ ລັດສະໝີ ແກ້ວມະນີ ກໍໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄໍາຊົມເຊີຍຢ່າງສຸດໃຈ ຈາກລັດຖະບານ ແຫ່ງ ສປປ ລາວ ຕໍ່ການໄດ້ຮັບການແຕ່ງຕັ້ງເປັນ ຜູ້ອໍານວຍການໃຫຍ່ອົງການການຄ້າໂລກຂອງ ທ່ານ ນາງ ໂອກົນໂຈ ອີວຽນລາ, ເຊິ່ງເປັນຜູ້ຍິງຄົນທໍາອິດຈາກທະວີບອາຟຣິກກາ ແລະ ຢືນຢັນຈະເຮັດວຽກຢ່າງໃກ້ຊິດກັບ ທ່ານຜູ້ອໍານວຍການໃຫຍ່ ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ບັນດາພາກພື້ນ ແລະໃນໂລກ.

 

ພ້ອມນີ້, ທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ, ຍັງໄດ້ຢືນຢັນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການສະໜັບສະໜູນກົນໄກດ້ານເສດຖະກິດ-ການຄ້າ ແບບຫລາຍຝ່າຍ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດອັນສໍາຄັນຍິ່ງຂອງອົງການການຄ້າໂລກ ໃນໄລຍະຜ່ານມາ, ພິເສດແມ່ນ ການປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບອັນໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ຊີວິດຂອງມວນມະນຸດ ກໍຄື ເສດຖະກິດ, ລວມທັງການຮັບປະກັນເຮັດແນວໃດ ເຮັດໃຫ້ການເຂົ້າເຖິງວັກແຊ້ງຕ້ານໂຄວິດ-19 ແບບເທົ່າທຽມກັນ ແລະ ມີລາຄາທີ່ສົມເຫດສົມຜົນ ສໍາລັບປະເທດກໍາລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ ເຮົາ.

 

ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍັງໄດ້ຢໍ້າຄືນເຖິງຄວາມກຽມພ້ອມຂອງລັດຖະບານ ແຫ່ງ ສປປ ລາວ ກໍຄື ສໍານັກງານຜູ້ຕາງໜ້າຖາວອນທີ່ເຊີແນວ ທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດກັບ ອົງການການຄ້າໂລກ ແລະ ບັນດາປະເທດສະມາຊິກ ເພື່ອຮັດແໜ້ນບົດບາດຂອງອົງການການຄ້າໂລກ ໃຫ້ນັບມື້ນັບເພີ່ມທະວີ ແລະ ໄດ້ສະເໜີໃຫ້ອົງການການຄ້າໂລກສະໜັບສະໜູນ 2 ຂໍ້ລິເລີ່ມ ຂອງ ສປປ ລາວ ຄື: ການຄໍ້າປະກັນສະບຽງອາຫານ ພາຍໃຕ້ຂະແໜງການກະສິກໍາ (Food Security under Agriculture sector) ແລະ ການອໍານວຍຄວາມສະດວກດ້ານການລົງທຶນ ເພື່ອການຮ່ວມມືເພື່ອການພັດທະນາ (Investment Facilitation for Development) ເພື່ອກອງປະຊຸມລະດັບລັດຖະມົນຕີ ອົງການການຄ້າໂລກ ຄັ້ງທີ 12 (12th Ministerial Conference (MC 12)) ທີ່ຈະມີຂຶ້ນໃນຕົ້ນເດືອນ ທັນວາ 2021 ພິຈາລະນາຮັບຮອງເອົາ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484482
ມື້ນີ້186
ມື້ວານ273
ອາທິດນີ້920
ເດືອນນີ້3787