ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ຜົນສຳເລັດການເຂົ້າຮ່ວມກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ຄັ້ງທີ 11

 

WhatsApp Image 2022 07 21 at 21414 PM

 

ໃນວັນທີ 13 ກໍລະກົດ 2022 ທ່ີຜ່ານມານີ້, ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 11 ຂຶ້ນ ທີ່ ສຳນັກງານໃຫຍ່ ສະຫະພາບເອີຣົບ (ອີຢູ), ທີ່ ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າຄະນະຜູ້ແທນຝ່າຍລາວ ແລະ ທ່ານ ນ.  ບາບະຣາ ພຣິງເກີລ, ຫົວໜ້າກົມອາຊີຕາເວັນອອກ ແລະ ອາຊຽນ, ກຳມະທິການຕ່າງປະເທດຂອງສະຫະພາບເອີຣົບ, ທັງເປັນຫົວໜ້າຄະນະຜູ້ແທນຂອງຝ່າຍສະຫະພາບເອີຣົບ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກກະຊວງຂະແໜງການກ່ຽວຂ້ອງຂອງ ສປປ ລາວ, ເປັນຕົ້ນແມ່ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫລງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ນະຄອນຫລວງບຣຸກແຊນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສະຫະພາບເອີຣົບ.   

ອ່ານເພີ່ມເຕີມ... 

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ

 

18720223

1872022

     ໃນຕອນເຊົ້າ ຂອງ ​ວັນ​ທີ 07 ກໍ​ລະ​ກົດ  2022 ຜ່ານມາ, ທ່ານ ວັນທາ ແສງເມືອງ ໄດ້​ເຂົ້າ​ຍືນ​ສານ​ຕາ​ຕັ້ງຕໍ່ ພະ​ນະ​ທ່ານ Miguel Diaz-Canel, ປະ​ທານ​ປະ​ເທດ ແຫ່ງ ສ​າ​ທາ​ລະ​ນະ​ລັດ ກູ​ບາ ເພື່ອ​​ດໍາ​ລົງ​ຕໍາ​ແໜ່ງເປັນ ເອກ​ອັ​ກ​ຄະ​ລັດ​ຖະ​ທູດວິສາມັນ ຜູ້​ມີ​ອໍາ​ນາດ​ເຕັມ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ປະ​ຈໍາ ສາ​ທາ​ລະ​ນະ​ລັດ ກູ​ບາ.

ອ່ານເພີ່ມເຕີມ... 

ບົດຖະແຫລງຂ່າວຊີ້ແຈງ ຂອງກົມກົງສຸນ, ກະຊວງການຕ່າງປະເທດ ຕໍ່ປະກົດການຂອງນາຍຫນ້າມາຢືນລຽນແຖວແລະຮຽກເກັບເງິນປະຊາຊົນ ທີ່ມາລໍຍື່ນຄຳຮ້ອງຂໍຫນັງສືຜ່ານແດນ ຢູ່ບໍລິເວນຕໍ່ຫນ້າກົມກົງສຸນ

       

Photo 14042022 2

     

ໂດຍສືບຕໍ່ການຖະແຫລງຂ່າວກ່ຽວກັບສະພາບການເຮັດຫນັງສືຜ່ານແດນ ຂອງພົນລະ ເມືອງລາວ ໃນຄັ້ງວັນທີ 14 ມິຖຸນາ 2022 ຜ່ານມາ, ທ່ານ ສີສຸພັນ ມະນີວັນ, ຮອງຫົວຫນ້າກົມກົງສຸນ ໄດ້ຕາງຫນ້າໃຫ້ກົມກົງສຸນ, ກະຊວງການຕ່າງປະເທດ ຖະແຫລງຂ່າວໃນມື້ນີ້ ເພື່ອໃຫ້ຂໍ້ມູນ ແລະ ຊີ້ແຈງເຖິງສະພາບການຕົວຈິງ ໃນການເຮັດຫນັງສືຜານແດນຂອງພົນລະເມືອງລາວ ໃນໄລຍະປະຈຸບັນ ລວມທັງ ປະກົດການຫຍໍ້ ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ບໍ່ລິເວນຫນ້າກົມກົງສຸນ ດັ່ງປະກົດເປັນຂ່າວຕາມສື່ອອນລາຍ ດັ່ງນີ້:

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487300
ມື້ນີ້135
ມື້ວານ191
ອາທິດນີ້962
ເດືອນນີ້693