ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ຜົນສຳເລັດຂອງກອງປະຊຸມການຮ່ວມມືດ້ານວິຊາການ ລາວ - ໄທ ຄັ້ງທີ 24

 

 

Lao ThaiOfficerTalk1

Lao ThaiOfficerTalk3

Lao ThaiOfficerTalk4

 

ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 24 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2022, ທີ່ ນະຄອນຫຼວງພະບາງ, ສປປ ລາວ, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ວິໂຣດ ສູນດາຣາ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍໄທ ນຳໂດຍ ທ່ານ ນາງ ອຸຣິຣັດ ຈະເລີນໂຕ, ອະທິບໍດີກົມຄວາມຮ່ວມມື ລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໂດຍມີບັນດາຜູ້ແທນຈາກພາກສ່ວນຕ່າງໆ ຂອງທັງສອງປະເທດ ລາວ-ໄທ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ກ່ອນທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມ ທີ່ແຂວງຫຼວງພະບາງ ທ່ານ ນ. ອຸຣີຣັດ ຈະເລີນໂຕ ພ້ອມດ້ວຍຄະນະ ຍັງໄດເຂົ້າຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຂຄຳພິທູນ,ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອລາຍງານ ແລະ ແຈ້ງຈຸດປະສົງຂອງການເດີນທາງມາເຄື່ອນໄຫວ ຢູ່ ສປປ ລາວ ໃນຄັ້ງນີ.

 

ອ່ານເພີ່ມເຕີມ... 

ທູດລາວ ປະຈຳ ເຊີແນວ ຕາງຫນ້າໃຫ້ລັດຖະບານລາວ ຕ້ອນຮັບ ແລະ ມອບສານແຕ່ງຕັ້ງ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ຕວັກກີ

 

 

Jeneva

 

ໃນວັນທີ 18 ສິງຫາ 2022, ທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຕວັກກີ ທີ່ມີສໍານັກງານຕັ້ງຢູ່ ເຊີແນວ, ປະເທດສະວິດເຊີແລນ, ໄດ້ເປັນກຽດຕາງໜ້າໃຫ້ລັດຖະບານ ຕ້ອນຮັບ ແລະມອບສານແຕ່ງຕັ້ງ ຂອງ ພະນະທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ແກ່ ທ່ານ Nihat OZPINAR, ນັກທຸລະກິດສັນຊາດຕວັກກີ ເພື່ອດໍາລົງຕໍາແໜ່ງເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຕວັກກີ ໂດຍກວມເອົາທຸກແຂວງຂອງຕວັກກີ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ເດີນທາງໄປທັດສະນະຢ້ຽມຢາມແຂວງເຫີເປີຍ

 

2022 8 11 BJ3

2022 8 11 BJ

2022 8 11 BJ1

 

ໃນໄລຍະວັນທີ 05-06/08/2022, ທ່ານ ນາງ ຄໍາເພົາ ເອິນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ ໄດ້ເດີນທາງໄປທັດສະນະຢ້ຽມຢາມແຂວງເຫີເປີຍ ຕາມການເຊື້ອເຊີນ ຂອງ ສະມາຄົມມິດຕະພາບຈີນກັບນານາຊາດ. ໃນໄລຍະຢ້ຽມຢາມ, ຄະນະໄດ້ຢ້ຽມພົບ ສະຫາຍ ເນັ້ຍຣຸຍຜິງ, ຮອງປະທານສະພາຜູ້ແທນປະຊາຊົນແຂວງເຫີເປີຍ ພ້ອມດ້ວຍຄະນະ. ການພົບປະຄັ້ງນີ້ຝ່າຍຈີນໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ທີ່ຕັ້ງທີ່ມີຄວາມ ໝາຍສໍາຄັນທາງປະຫວັດສາດຂອງການປະຕິວັດຂອງພັກກອມມູນິດຈີນໃນເມື່ອກ່ອນ ກໍ່ຄື ການພັດທະນາຢ່າງ ຮອບດ້ານຂອງແຂວງໃນປັດຈຸບັນ, ສະພາບການພົວພັນຮ່ວມມືລະຫວ່າງແຂວງເຫີເປີຍ ກັບ ສປປ ລາວ ໃນຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ. ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຄະນະຂອງສະຖານທູດລາວ ແລະ ຕີລາຄາສູງຕໍ່ຈຸດພິເສດທາງດ້ານພູມສາດການເມືອງທີ່ສໍາຄັນ ໃນການປະ ກອບສ່ວນຕົ້ນຕໍເຂົ້າໃນການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດປະຊາຊົນຈີນ ໃນປີ 1949 ແລະ ສະແດງຄວາມຊົມເຊີຍ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຫີເປີຍ ທີ່ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ພາຍໃຕ້ການນໍາພາຂອງພັກ-ລັດ ຈີນ. ສອງຝ່າຍ ໄດ້ປຶກສາຫາລືການຮ່ວມມື ເພື່ອຮັດແໜ້ນການພົວພັນສອງຝ່າຍ ລະຫວ່າງ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນລະຫວ່າງ ສະຖານທູດລາວ ປະຈໍາ ສປ ຈີນ ທີ່ປັກກິ່ງ ແລະ ແຂວງເຫີເປີຍ, ສປ ຈີນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485926
ມື້ນີ້57
ມື້ວານ168
ອາທິດນີ້962
ເດືອນນີ້5231