ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານທູດລາວປະຈໍາຣາຊະອານາຈັກໄທ ຍື່ນສານຕາຕັ້ງຕໍ່ເຈົ້າຊີວິດໄທ

 

 2022 6 18 Thaiking2

 

 

ໃນວັນທີ່ 17 ມິຖຸນາ 2022,​ ທ່ານ​ ຄໍາພັນ ອັ່ນລາວັນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດໍາລົງຕໍາ      ແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງບາງກອກ.

 

ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ, ເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້. ພ້ອມນີ້, ທ່ານທູດ ຄໍາພັນ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພັນລະຍາ ສົ່ງເຖິງ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນບໍດິນທະຣະເທບພະຍະວະຣາງກູນ ແລະ ສົມເດັດພະບໍຣົມຣາຊີນີ ພ້ອມດ້ວຍພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີສຸຂະພາບແຂງແຮງ ແລະ ມີພະລານາໄມສົມບູນຍິ່ງຍືນນານ.

 

ນອກນີ້, ທ່ານທູດ ຄໍາພັນ ຍັງໄດ້ສະແດງຄວາມຮູ້​ສຶກ​ພາກພູມ​ໃຈ ແລະ ເປັນ​ກຽດຢ່າງຍິ່ງ ທີ່ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ປະ​ຈຳ ຣາ​ຊະ​ອາ​ນາ​ຈັກ​ໄທ ເນື່ອງ​ຈາກ​ຣາ​ຊະ​ອາ​ນາ​ຈັກ​ໄທ ເປັນ​ປະ​ເທດ​ເພື່ອນ​ມິດບ້ານໃກ້ເຮືອນຄຽງ ​​ຂອງ ສ​ປ​ປ ລາວ ມາ​ແຕ່​ດົນ​ນານ ໂດຍຜ່ານ​ມາ​ທັງ​ສອງ​ປະ​ເທດ​ມີ​ສາຍ​ພົວ​ພັນ​ອັນ​ດີ, ມີ​ຮີດ​ຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ ແລະ ພາ​ສາ​ປາກ​ເວົ້າ​ທີ່​ຄ້າຍ​ຄື​ກັນ, ມີ​ການ​ຢ້ຽມ​ຢາມ​ກັນ​ເປັນ​ປົກ​ກະ​ຕິ ໃນ​ທຸກ​ລະ​ດັບ​ນັບ​ແຕ່​ການ​ນຳ​ຂັ້​ນ​ສູງສຸດ ຮອດ​ປະ​ຊາ​ຊົນ ແລະ ​ຣາ​ຊະ​ອາ​ນາ​ຈັກ​ໄທ ເປັນ​ປະ​ເທດ​ຄູ່​ຄ້າ​ດ້ານເສດ​ຖະ​ກິດ​ອັນ​ດັບ​ໜຶ່ງ​ຂອງ ສ​ປ​ປ ລາວ ມາ​ຕະ​ຫຼອດ, ເປັນປະເທດທີ່ມີການລົງທືນຢູ່ ສປປ ລາວ ໃນລະດັບຕົ້ນໆໃນຫຼາຍປີຜ່ານມາ ແລະ ມີການຊ່ວຍເຫຼືອກັນເປັນຢ່າງດີຕາມກົນໄກການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆເປັນປົກກະຕິ.

 

ທ່ານທູດ ຄໍາພັນ ໄດ້ຢືນຢັນວ່າ ໃນ​ຖານະ​​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ປະ​ຈຳ ຣາ​ຊະ​ອາ​ນາ​ຈັກ​ໄທ ຈະ​ທຸ່ມ​ເທ​ທຸກ​ຄວາມ​ສາ​ມາດເຫື່ອແຮງ ເພື່ອ​ເສີມ​ສ້າງ ແລະ ສືບ​ຕໍ່​ຮັດ​ແໜ້ນ​ການພົວພັນ​ຮ່ວມ​ມື​ອັນ​ດີງາມ​ ແລະ ການຮ່ວມມືອັນມີໝາກຜົນເປັນຕົ້ນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະ​ຫວ່າງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ຣາ​ຊະ​ອາ​ນາ​ຈັກ​ໄທ ໃຫ້ເປັນຮູບປະທໍາ, ນາໍຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ​ຍິ່ງໆຂຶ້ນ​ໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480276
ມື້ນີ້106
ມື້ວານ157
ອາທິດນີ້674
ເດືອນນີ້6507