ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ

 

Amb VN futhoc 1

Amb VN futhoc 3

Amb VN futhoc 2

Amb VN futhoc 6

Amb VN futhoc 5

 

ໃນວັນທີ 20 ມິຖຸນາ 2022 ນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ. ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ບູຍ ວັນ ກວາງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຝູເຖາະ ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຂອງຕົນ

 

 

ເປັນການປະກອບສ່ວນເຂົ້າສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການ​ທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ​ມິດຕະພາບແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ. ພ້ອມດຽວກັນນັ້ນ ສະຫາຍ ບູຍ ວັນ ກວາງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 25 ປີທີ່ຜ່ານມາ, ແຂວງໄດ້ມີກົນໄກ, ນະໂຍບາຍຕ່າງໆທີ່ຖືກຕ້ອງໃນການດຶງດູດນັກລົງທຶນ ຈົນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມນັບມື້ນັບມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາຂະແໜງກະສິກໍາ, ອຸດສາຫະກຳ, ການທ່ອງທ່ຽວ ແລະ ການບໍລິການເປັນຕົວຂັບເຄື່ອນ ແລະ ສາມາດເກັບລາຍຮັບໃຫ້ສູນກາງໄດ້ຕາມແຜນການ. ສ່ວນການພົວພັນຮ່ວມມືກັບສາກົນ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍກັບ ສປປ ລາວ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີງາມມາແຕ່ດົນນານຂອງສອງຊາດລາວ-ຫວຽດນາມ, ແຂວງຝູເຖາະ ໄດ້ຜັນຂະຫຍາຍແນວທາງ, ນະ ໂຍບາຍຂອງສອງພັກ, ລັດສອງ ຢ່າງຕັ້ງໜ້າ ໂດຍໄດ້ເອົາໃຈໃສ່ໃນການຮັດແໜ້ນສາຍການພົວພັນຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ; ສອງຝ່າຍໄດ້ມີການພົບປະ, ແລກປ່ຽນຄະນະຜູ້ແທນ, ຊ່ວຍເຫຼືອ, ສະໜັບສະໜູນຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິ.

 

ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະນຳຂອງແຂວງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງແຂວງຝູເຖາະ ກັບບັນດາແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເວົ້າລວມ ເວົ້າສະເພາະແມ່ນແຂວງຝູເຖາະ ກັບບັນດາແຂວງພາກເໜືອຂອງລາວໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງານຍິ່ງໆຂຶ້ນ.

 

ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມ ຢາມ ແລະ ພົບປະ ກັບ ສະຫາຍ ພົນຈັດຕະວາ ຟ້າມ ຫົງເຈືອງ,  ຜູ້ບັນຊາການທະຫານເຂດ 02 ​ໂອກາດດັ່ງກ່າວ ສະຫາຍເອກອັກຄະລັດຖະທູດກໍໄດ້ສືບຕໍ່ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງຝູເຖາະ ແລະ ກອງບັນຊາການທະຫານເຂດ 02 ຂອງຫວຽດນາມກັບບັນດາແຂວງພາກເໜືອຂອງລາວ ແລະ ກອງທັບປະຊາຊົນລາວ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ.  

 

ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ​, ຄະນະ​ໄດ້​ໄປ​ຢ້ຽມຢາມ​ພົບ​ປະ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ອຳ​ນວຍ​ການ, ຄູ​ອາຈານ ​ແລະ ນັກ​ສຶກສາລາ​ວທີ່​ມະຫາວິທະຍາ​ໄລ​ຮຸ່ງ​ເວື​ອງ, ປັດຈຸບັນມີນັກສຶກສາລາວທັງໝົດ 193 ຄົນ ທີ່ກຳລັງຮຽນຢູ່​ມະຫາວິທະຍາໄລດັ່ງກ່າວ ທີ່​ມາ​ຈາກບັນດາ​ແຂວງ​ພາກ​ເໜືອຂອງ​ລາວຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ​ແລະ ​ແຂວງຫຼວງພະບາງ. ​ໃນ​ການ​ພົບ​ປະ ​ໂອ້​ລົມ ສະຫາຍເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກໃຫ້ນັກສຶກສາ ເອົາໃຈໃສ່ໃນການເພີ່ມທະວີການຝຶກຝົນຫຼໍ່ຫຼອມຕົວເອງໃຫ້ຫຼາຍຂຶ້ນກວ່າເກົ່າໃນການຍາດແຍ່ງເອົາຄວາມຮູ້ກັບໄປພັດທະນາປະເທດຊາດ, ພ້ອມທັງຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາຫຼຸດຜ່ອນການຫຼິ້ນກິນຟຸ່ມເຟືອຍ, ເນັ້ນຄຸນນະພາບຂອງການສຶກສາ, ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືກົດລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກ ຢ່າງເຂັ້ມງວດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485952
ມື້ນີ້83
ມື້ວານ168
ອາທິດນີ້988
ເດືອນນີ້5257