ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານທູດລາວ ທີ່ ສິງກະໂປ ຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

 

2022 7 25 SG

 

ໃນວັນທີ 23 ກໍລະກົດ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ຂຶ້ນ ທີ່ ເຮືອນພັກສະຖານທູດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງແກ້ວ ປວງປະດິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ, ມີຫົວໜ້າຫ້ອງການ, ພະນັກງານສະຖານທູດ, ນັກຮຽນ, ນັກສຶກສາ ແລະ ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສິງກະໂປ ເຂົ້າຮ່ວມທັງໝົດ ຈຳນວນ 40 ຄົນ.

ອ່ານເພີ່ມເຕີມ... 

ທ່ານກົງສຸນໃຫຍ່ ເເຫ່ງ ສປປ ລາວ ປະຈຳ ນະຄອນຄຸນມິງ ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃນການສ້າງສະຖານທີ່ອະເຊື້ອສໍາລັບສິນຄ້າ ເເລະ ອຸປະກອນການເເພດ.

 

2022 7 25 kunming11

2022 7 25 kunming0

 

ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022 ທີ່ຜ່ານມາ, ຢູ່ທີ່ຫ້ອງການປົກຄອງເຂດດ່ານບໍ່ຫານ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ໄດ້ມີການຈັດພິທີມອບ-ຮັບໂຄງການຊ່ວຍເຫລືອຕ້າພະຍາດໂຄວິດ-19 ແລະ ອຸປະກອນການແພດ ທີ່ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ມອບໃຫ້ແກ່ ແຂວງຫລວງນໍ້າທາ ຂອງ ສປປ ລາວ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງ ສາທາລະນະລັດ ເກຼັກ

 

2022 7 21 Greece

 

ໃນວັນທີ 19  ກໍລະກົດ 2022, ທີ່ ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ເກຼັກ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ນາງ ແຄັດເຕີຣີນາ ຊາເຄລາໂຣປູລູ(Katerina Sakellaropoulou), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຼັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດ ສາທາລະນະລັດ ເກຼັກ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນເຊີແນວ, ປະເທດສະວິດສະແລນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487229
ມື້ນີ້64
ມື້ວານ191
ອາທິດນີ້891
ເດືອນນີ້622