ໃນວັນທີ 22 ກໍລະກົດ 2022 ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຣັດເຊຍ ໄດ້ຈັດກິດຈະກຳ ທາງດ້ານກິລາ, ວັດທະນະທຳ ແລະ ສິນລະປະວັນນະຂະດີຂຶ້ນເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ວັນຄົບຮອບ 45 ປີ ແຫ່ງວັນລົງນາມສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຫວຽດນາມ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ແລະ ທ່ານ ດັງມິງຄອຍ, ເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຣັດເຊຍ ພ້ອມດ້ວຍພະນັກງານຂອງສອງສະຖານທູດ ແລະ ນັກສຶກສາລາວ-ຫວຽດນາມ ຢູ່ທີ່ ສ.ຮັດເຊຍ ຫຼາຍກ່ວາ 100 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 23 ກໍລະກົດ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ຂຶ້ນ ທີ່ ເຮືອນພັກສະຖານທູດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງແກ້ວ ປວງປະດິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ, ມີຫົວໜ້າຫ້ອງການ, ພະນັກງານສະຖານທູດ, ນັກຮຽນ, ນັກສຶກສາ ແລະ ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສິງກະໂປ ເຂົ້າຮ່ວມທັງໝົດ ຈຳນວນ 40 ຄົນ.
ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022 ທີ່ຜ່ານມາ, ຢູ່ທີ່ຫ້ອງການປົກຄອງເຂດດ່ານບໍ່ຫານ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ໄດ້ມີການຈັດພິທີມອບ-ຮັບໂຄງການຊ່ວຍເຫລືອຕ້າພະຍາດໂຄວິດ-19 ແລະ ອຸປະກອນການແພດ ທີ່ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ມອບໃຫ້ແກ່ ແຂວງຫລວງນໍ້າທາ ຂອງ ສປປ ລາວ.