ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ພິທີປິດ ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ໄລຍະ 03 ເດືອນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

 

20230724 Closing01

 

20230724 Closing03

 

ໃນວັນທີ 24 ກໍລະກົດ 2023 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໄດ້ຈັດພິທີປິດ ຊຸດຮຽນທິດ​ສະ​ດີ​ການ​ເມືອງ ຂັ້ນຕົ້ນ, ຊຸດທີ I ໄລຍະ 03 ເດືອນ, ໃຫ້ແກ່ສະ​ມາ​ຊິກ​ພັກ, ພະ​ນັກ​ງານ​ຫຼັກ​ແຫຼ່ງ ​ພາຍໃນກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ປອ. ດາວສະຫວັນ ເຄືອມີໄຊ, ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ​, ພ້ອມດ້ວຍບັນດາຄູ-ອາຈານ ຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາຫົວໜ້າກົມ, ຄະນະກົມ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮຽນ ທັງໝົດປະມານ 90 ທ່ານ. ຊຸດຮຽນດັ່ງກ່າວນີ້ ແມ່ນໄດ້ດໍາເນີນມາແຕ່ວັນທີ 24 ເມສາ 2023 ເປັນຕົ້ນມາ, ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 62 ທ່ານ, ຍິງ 25 ທ່ານ.

ອ່ານເພີ່ມເຕີມ... 

ພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສສ ຫວຽດນາມ

  

    

20230713 Lao Emb to VN 1

   

   

ຕອນບ່າຍ ຂອງວັນທີ 13 ກໍລະກົດ 2022,  ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກສະຖານທູດລາວ ປະຈຳ ສສ ຫວຽດນາມ, ໂດຍການເປັນປະທານຂອງ ສະ​ຫາຍ ຕິ່ງ  ສຸກສັນ, ຮອງ​ເລຂາ​ຄະນະພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ສະຫາຍ  ແສງເພັດ  ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານສະຖານທູດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມຄະນະພັກຮາກຖານ, ຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ, ຕາງໜ້າໜ່ວຍພັກອົງການຜູ້ຕາງໜ້າ ປ້ອງກັນຄວາມສະຫງົບ ແລະ ໜ່ວຍພັກນັກສຶກສາ ຈຳນວນ 10 ໜ່ວຍພັກ ລວມທັງໝົດຈໍານວນ 40 ສະຫາຍ.

ອ່ານເພີ່ມເຕີມ... 

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2023 (High-Level Political Forum on Sustainable Development)

    

   

  

20230719 DFM Phoxay HLPF 1

    

ໃນລະຫວ່າງວັນທີ 10 - 19 ກໍລະກົດ 2023 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ, ສ. ອາເມລິກາ, ຄະນະຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2023,ເຊິ່ງໄດ້ຈັດຂຶ້ນໃນຂອບ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ການເລັ່ງລັດເພື່ອຟື້ນຟູຈາກ ຜົນກະທົບຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນໃນທຸກລະດັບ”. ກອງປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນຍົງ ກໍຄື ບັນດາ 17 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs), ເຊິ່ງໃນປີນີ້ ແມ່ນສຸມໃສ່ 5 ປພຍ ຄື: ປພຍ 6 ວ່າດ້ວຍ ນໍ້າສະອາດ ແລະ ສຸຂະອະນາໄມ​, ປພຍ 7 ວ່າດ້ວຍ ພະລັງງານທີ່ສະອາດ ແລະ ທຸກຄົນເຂົ້າເຖິງໄດ້, ປພຍ 9 ວ່າດ້ວຍ ການສົ່ງເສີມການຫັນເປັນອຸດສາຫະກໍາ, ການປະດິດສ້າງ ແລະ ສ້າງພື້ນຖານໂຄງລ່າງໃຫ້ເຂັ້ມແຂງ, ປພຍ 11 ວ່າດ້ວຍ ການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ແລະ ປພຍ 17 ວ່າດ້ວຍ ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ ປພຍ. ໃນປີນີ້ ໄດ້ມີ 39 ປະເທດສະມາຊິກ ສປຊ ຜັດປ່ຽນຫມູນວຽນກັນນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ຂອງຕົນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488893
ມື້ນີ້170
ມື້ວານ160
ອາທິດນີ້92
ເດືອນນີ້2286