ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງຈໍາປາສັກ

  

  

20230529 30 DFM Phoxay 2

20230529 30 DFM Phoxay 3

20230529 30 DFM Phoxay 1

20230529 30 DFM Phoxay 5

20230529 30 DFM Phoxay 4

  

  

ໃນລະຫວ່າງວັນທີ 29-30 ພຶດສະພາ 2023, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຊາຍແດນ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະທີ່ຕາງຫນ້າຈາກພາກສ່ວນກ່ຽວຂ້ອງສູນກາງ ຈໍານວນຫນຶ່ງ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງຈໍາປາສັກ.​

   

ໃນໂອກາດການເຄື່ອນໄຫວໃນຄັ້ງນີ້ ຄະນະໄດ້ພົບປະ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບວຽກງານຊາຍແດນຂອງແຂວງ ຊຶ່ງນໍາໂດຍ ທ່ານ ໂສມ ບຸດຕະກຸນ, ​ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ. ໃນການເຮັດວຽກຮ່ວມກັນຄັ້ງນີ້້, ຄະນະຈາກສູນກາງ ແລະ ແຂວງ ໄດ້ປຶກສາຫາລືແລກປ່ຽນສະພາບຄວາມຄືບໜ້າວຽກງານຊາຍແດນ ລາວ-ກໍາປູເຈຍ ພາຍຫຼັງທີ່ສອງຝ່າຍໄດ້ລົງນາມສົນທິສັນຍາ ວ່າດ້ວຍການກໍານົດຊາຍແດນປະເທດຮ່ວມກັນ ຊຶ່ງສອງຝ່າຍໄດ້ພົບປະປຶກສາຫາລື ທັງໃນລະດັບວິຊາການ ແລະ ລະດັບຄະນະກໍາມະການຊາຍແດນຮ່ວມ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາ, ທີ່ສໍາຄັນສອງຝ່າຍໄດ້ເປັນເອກະພາບກັນ ດໍາເນີນການກໍ່ສ້າງຫຼັກໝາຍຊາຍແດນແບບໃໝ່ ທີ່ແໜ້ນໜາຖາວອນປ່ຽນແທນຫຼັກໝາຍໃນປະຈຸບັນທີ່ມີຂະໜາດນ້ອຍ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມສໍາລັບບໍລິເວນຊາຍແດນທີ່ສອງຝ່າຍໄດ້ເອກະພາບກັນ ແລະ ໄດ້ປັກຫຼັກໝາຍຮ່ວມກັນແລ້ວ 121 ຫຼັກໝາຍ.

  

ຈາກນັ້ນ, ທ່ານຮອງລັດຖະມົນຕີພ້ອມຄະນະ ກໍ່ໄດ້ລົງກວດກາພຶ້ນທີ່ຕົວຈິງຊາຍແດນ ລາວ-ກໍາປູເຈຍ ຢູ່ບໍລິເວນເວີນຄາມ ແລະ ບໍລິເວນດ່ານສາກົນໜອງນົກຂຽນ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຖືໂອກາດຢ້ຽມຢາມ ແລະ ໂອ້ລົມໃຫ້ທິດຊີ້ນໍາ ອ້າຍນ້ອງວິຊາການກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ພວມຈັດຕັ້ງປະຕິບັດໃນການປັກຫຼັກໝາຍຊາຍແດນໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ຫຼັກໝາຍເພີ່ມເຕີມຮ່ວມກັບຝ່າຍກໍາປູເຈຍ ຢູ່ພື້ນທີ່ຕົວຈິງທີ່ຂຶ້ນກັບເມືອງໂຂງ.

  

  

20230529 30 DFM Phoxay 6

  

ພ້ອມດຽວກັນນັ້ນ, ກໍ່ຍັງໄດ້ລົງກວດກາພຶ້ນທີ່ຕົວຈິງບໍລິເວນຈຸດຈະກໍ່ສ້າງຂົວຂ້າມເຊລໍາເພົາ, ບໍລິເວນຊາຍແດນຍອດເຊລໍາເພົາ ແລະ ຖືໂອກາດນີ້ຢ້ຽມຢາມ ແລະ ມອບເຄື່ອງຈໍານວນໜຶ່ງໃຫ້ອ້າຍນ້ອງທະຫານຊາຍແດນທີ່ປະຈໍາຢູ່ຄ້າຍທະຫານຊາຍແດນ 529 ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຂຶ້ນກັບເມືອງມູນລະປະໂມກ ເພື່ອໃຫ້ກຳລັງໃຈ ແລະ ຊຸກຍຸ້ໃນການຈັດຕັ້ງໜ້າປະຕິບັດໜ້າທີ່ການເມືອງກໍ່ຄືໜ້າທີ່ໃນຖານະການເປັນຮົ້ວຂອງຊາດໃນການປົກປັກຮັກສາຄວາມສະຫງົບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນກັບປະເທດໃກ້ຄຽງ.

  

  

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485643
ມື້ນີ້148
ມື້ວານ196
ອາທິດນີ້679
ເດືອນນີ້4948