ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສ.ເກົາຫຼີ ຄັ້ງທີ 27

 

 

Korean 27 1

Korean 27 2

 

     ໃນວັນທີ 16 ພຶດສະພາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສ.ເກົາຫຼີ ຄັ້ງທີ 27 ທີ່ ຮ່າລອງ, ສສ.ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ສສ.ຫວຽດນາມ ແລະ ສ.ເກົາຫຼີ.

 

     ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດຮ່ວມອາຊຽນ-ສ.ເກົາຫຼີ ວ່າດ້ວຍສັນຕິພາບ, ຄວາມສົມບູນຜູນສຸກ  ແລະ ການເປັນຄູ່ຮ່ວມມື ສໍາລັບສົກປີ 2021-2025 ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 23 ໃນທ້າຍປີ 2022. ກອງປະຊຸມ ຍັງໄດ້ເຫັນ​ດີ​ຮັດ​ແໜ້ນ​ ແລະ ສືບຕໍ່ການຮ່ວມມືໃນ​ຂົງ​ເຂດ​​ສາ​ທາ​ລະ​ນະ​ສຸກ, ເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ການຫັນໄປເປັນດິຈິຕອນ, ການເຊື່ອມຈອດອາຊຽນ, ການສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ (MSMEs), ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ, ສິ່ງແວດລ້ອມ, ການຮັບມືກັບໄພພິບັດ, ການພັດທະນາຕົວເມືອງອັດສະລິຍະ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການຮ່ວມມືໃນຂອບອະນຸພາກພື້ນ ໂດຍສະເພາະການຮ່ວມມືໃນຂອບແມ່ຂອງ-ສ.ເກົາຫຼີ.

 

     ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບຕໍ່ຂໍ້ລິເລີ່ມ ວ່າດ້ວຍຄວາມສາມັກຄີອາຊຽນ-ສ.ເກົາຫຼີ (KASI) ຂອງ ສ.ເກົາຫຼີ, ຊຶ່ງເປັນຂໍ້ລິເລີ່ມແນໃສ່ຮັດແໜ້ນການຮ່ວມມື ລະຫວ່າງອາຊຽນ ແລະ ສ.ເກົາຫຼີ ໃນຊຸມປີຕໍ່ໜ້າ ເພື່ອກ້າວໄປສູ່ການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງອາຊຽນ ແລະ ສ.ເກົາຫຼີ. ພ້ອມນັ້ນ, ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງ​ປຶກ​ສາ​ຫາ​ລືເພື່ອ​ກະ​ກຽ​ມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ-ສ.ເກົາຫຼີ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນກໍລະກົດ 2023 ແລະ ແຜນການການສະເຫຼີມສະຫລອງວັນອາຊຽນ-ສ.ເກົາຫຼີ ໃນປີ 2023 ແລະ ການສະເຫຼີມສະຫຼອງການພົວພັນອາຊຽນ-ສ.ເກົາຫຼີ ຄົບຮອບ 35 ປີ ໃນປີ 2024, ຊຶ່ງກົງກັບການເປັນປະທານອາຊຽນ ຂອງ ສປປ ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484711
ມື້ນີ້22
ມື້ວານ205
ອາທິດນີ້1149
ເດືອນນີ້4016