ໃນວັນທີ 19 ພຶດສະພາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Yohannes Abraham, ເອກອັກຄະລັດຖະທູດ ແຫ່ງ ສ. ອາເມຣິກາ ປະຈໍາອາຊຽນ ທີ່ ຈາກາກຕາ, ໃນໂອກາດທີ່ ທ່ານທູດ ສ.ອາເມຣິກາ ປະຈໍາອາຊຽນ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ແລະ ທ່ານທູດ ສ. ອາເມຣິກາ ປະຈໍາອາຊຽນ ໄດ້ແລກປ່ຽນຄວາມຄິດເຫັນຕໍ່ການຮ່ວມມືອາຊຽນ-ສ.ອາເມຣິກາ ໃນໄລຍະຜ່ານມາ ລວມທັງປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມື ໃນຖານະເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນຂອງ ສ.ອາເມຣິກາ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ.