ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ການາດາ ຄັ້ງທີ 20, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2023 ທີ່ ກົວລາລໍາເປີ, ມາເລເຊຍ.
ກອງປະຊຸມຄັ້ງນີ້, ພາຍໃຕ້ການເປັນປະທານຮ່ວມຂອງ ມາເລເຊຍ ແລະ ການາດາ, ໄດ້ທົບທວນການຮ່ວມມືຂອງ ອາຊຽນ-ການາດາ ໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ (2021-2025), ແລະ ໄດ້ປຶກສາຫາລືກ່ຽວກັບການຮັດແຫນ້ນການພົວພັນ ແລະ ຮ່ວມມື ລະຫວ່າງ ອາຊຽນ ແລະ ການາດາ ໃນຕໍ່ຫນ້າ, ລວມທັງການຍົກສະດັບການພົວພັນຮ່ວມມື ອາຊຽນ-ການາດາ ຂຶ້ນເປັນຄູ່ຮ່ວມຍຸດທະສາດ.
ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ (PMC) ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2023 ແລະ ກອງປະຊຸມສຸດຍອດຜູ້ນໍາ ອາຊຽນ-ການາດາ ໃນເດືອນກັນຍາ 2023.