ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຮອງຜູ້ຊ່ວຍລັດຖະມົນຕີ ຮັບຜິດຊອບຂົງເຂດ ອາຊີຕາເວັນອອກສ່ຽງໃຕ້, ກະຊວງຕ່າງປະເທດ ສະຫະລັດ ອາເມລິກາ

 

Sengphetamerica

 

 

ໃນວັນ​ທີ 17 ມັງກອນ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ,            ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ W. Patrick Murply, ຮອງຜູ້ຊ່ວຍລັດຖະມົນຕີ, ຮັບຜິດຊອບຂົງເຂດອາຊີຕາເວັນອອກ ສ່ຽງໃຕ້, ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ສະ​​ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ຮອງຜູ້ຊ່ວຍ ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ, ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ເພື່ອປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວໃນການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍາ ປີ 2016 ຜ່ານມາ, ທັງສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງປະຫວັດສາດ ຂອງ ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ຢູ່ ສປປ ລາວ ຊຶ່ງໄດ້ເປັນການເປີດສັງກາດໃໝ່ໃຫ້ແກ່ການເພີ້ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມລິກາ ໃນອະນາຄົດ.

ນອກຈາກນັ້ນ, ການເດີນທາງມາໃນຄັ້ງນີ້ ທ່ານ Patrick Murphy ຍັງໄດ້ເຄື່ອນໄຫວຢ້ຽມຢາມໂຄງການ ເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ສູນສະມາຄົມຟື້ນຟູຄຸນນະພາບຊີວິດ (Quality of life) ທີ່ແຂວງຊຽງຂວາງ ແລະ ເຂົ້າຢ້ຽມຂໍ່ານັບຄະນະນຳ ຂອງ ກະຊວງອຸດສາຫາກຳ ແລະ ການຄ້າ ແລະ ກະຊວງສາທາລະນະສຸກ.

ທ້າຍສຸດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ​ໄດ້ອວຍພອນໄຊໃຫ້ແກ່ທ່ານຮອງຜູ້ຊ່ວຍ ລັດຖະມົນຕີ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີການທຸກປະການ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484562
ມື້ນີ້78
ມື້ວານ188
ອາທິດນີ້1000
ເດືອນນີ້3867