ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ສະເດັດຢ້ຽມຢາມ ສປປ ລາວ ແບບບໍ່ເປັນທາງການ

 

Phathep1 Phathep2 Phathep3

 

ໃນວັນທີ 13 ມັງກອນ 2017, ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຢາມ ສປປ ລາວ ແບບບໍ່ເປັນທາງການ ຊຶ່ງເປັນກຽດເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ, ພ້ອມດ້ວຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ລັດຖະມົນຕີກຽດຕິຍົດ), ທ່ານ ຫຽມ ພົມມະຈັນ, ອາດີດລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ຄະນະ. ການສະເດັດຢ້ຽມຢາມ ສປປ ລາວ ຂອງສົມເດັດພະເທບ ແມ່ນມີຄວາມໝາຍສຳຄັນຢ່າງສູງ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.

ໃນວັນດຽວກັນ, ສົມເດັດພະເທບ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການຮ່ວມມື ລະຫວ່າງ ລາວ-ໄທ ທີ່ແຂວງສະຫວັນນະເຂດ ເປັນຕົ້ນແມ່ນ ໂຄງການສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ, ທີ່ ບ້ານໂພນສິມ, ເມືອງໄກສອນ ພົມວິຫານ, ມີເນື້ອທີ່ທັງໝົດ 57 ເຮັກຕາ. ສູນດັ່ງກ່າວ ແມ່ນສ້າງໃຫ້ເປັນແຫຼ່ງການຮຽນຮູ້, ສາທິດ ແລະ ບໍລິການເຕັກນິກວິຊາການດ້ານກະສິກຳປູກຝັງ ແລະ ລ້ຽງສັດ ໃຫ້ແກ່ຊຸມຊົນພາຍໃນແຂວງສະຫວັນນະເຂດ ແລະ ແຂວງອື່ນໆໄກ້ຄຽງ, ຊຶ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 29 ເມສາ 2014 ຜ່ານມາ. ສູນດັ່ງກ່າວ ປະກອບມີ 8 ໜ່ວຍງານຄື: ໜ່ວຍງານປູກຝັງ, ໜ່ວຍງານລ້ຽງສັດ ແລະ ສັດຕະວະແພດ, ໜ່ວຍງານປະມົງ, ໜ່ວຍງານພັດທະນາທີ່ດິນ, ໜ່ວຍງານເຂົ້າ, ໜ່ວຍງານຊົນລະປະທານ, ໜ່ວຍງານປ່າໄມ້ ແລະ ໜ່ວຍງານບໍລິຫານ. ພ້ອມກັນນີ້, ສົມເດັດພະເທບ ພ້ອມດ້ວຍຄະນະ ຍັງໄດ້ຮັບຟັງການລາຍງານສະພາບລວມຂອງການປະຕິບັດວຽກງານຂອງໂຄງການດັ່ງກ່າວ ໃນໄລຍະຜ່ານມາ ຈາກຜູ້ອຳນວຍການທັງຝ່າຍ ລາວ-ໄທ, ເຂົ້າຮ່ວມເປັນສັກຂີພິຍານໃນພິທີວາງສີລາລຶກ ອາຄານບ່ອນເຮັດວຽກໂຄງການສວນພືດ ເມືອງໜາວໜອງຫິນ ແຂວງຈຳປາສັກ ແລະ ໄດ້ສະເດັດຢ້ຽມຊົມບັນດາກິດຈະກຳວຽກງານຕ່າງໆເຊັ່ນ: ການພັດທະນາດິນ, ການລ້ຽງສັດ, ການປະມົງ, ປ່າໄມ້, ເຂົ້າ, ຊົນລະປະທານ ແລະ ຢ້ຽມຊົມຮ້ານຫັດຖະກຳຜ້າໄໝລາວ. ໃນໂອກາດດັ່ງກ່າວ, ສົມເດັດພະເທບ ໄດ້ມອບອຸປະກອນການແພດ ໃຫ້ແກ່ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຈຳນວນ 2 ຊຸດ, ມອບເຄື່ອງກິລາ ແລະ ອຸປະກອນການສຶກສາ ອີກຈຳນວນໜຶ່ງ ໃຫ້ແກ່ນ້ອງນັກຮຽນ. ພ້ອມກັນນີ້, ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນຕາມຮີດຄອງປະເພນີລາວ; ຫຼັງຈາກນັ້ນ ກໍ່ໄດ້ສະເດັດກັບຄືນປະເທດໄທ ດ້ວຍຄວາມສະຫວັດດີພາບ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486045
ມື້ນີ້176
ມື້ວານ168
ອາທິດນີ້1081
ເດືອນນີ້5350