ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 62 ປີ

 

Women62years1 Women62years2

 

ໃນຕອນບ່າຍ ຂອງ ວັນ​ທີ 14 ກໍ​ລະ​ກົດ 2017 ທີ່ ​ກະຊວງການຕ່າງປະເທດ, ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ​​ໄດ້​ຈັດ​ພິທີສະເຫຼີມສະຫຼອງວັນສ້າງ​ຕັ້ງ ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ ຄົບ​ຮອບ 62 ປີ (20 ກໍ​ລະ​ກົດ 1955 - 20 ກໍລະກົດ 2017), ໂດຍການເປັນ​ກຽດເຂົ້າ​ຮ່ວມເປັນປະທານ​ຂອງ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈໍາ ພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກກະຊວງ, ຄະນະສະຫະພັນແມ່ຍິງກະຊວງ, ຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ປ້າບໍານານ, ສະມາຊິກສະຫະພັນແມ່ຍິງ ແລະ ພະນັກງານຊາຍຈາກກະຊວງການຕ່າງປະເທດເຂົ້າຮ່ວມລວມທັງໝົດ 400 ກວ່າຄົນ.

ໃນ​ພິ​ທີສະເຫຼີມສະຫຼອງດັ່ງກ່າວ, ​ທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 7, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ສະ​ເໜີ​ເອ​ກະ​ສານມູນເຊື້ອ ວັນ​ສ້າງ​ຕັ້ງສະ​ຫະ​ພັນ​ແມ່​ຍິງ​ລາວ ຄົບ​ຮອບ 62 ປີ. ຫຼັງຈາກນັ້ນ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້​ກຽດ​ຂຶ້ນໂອ້ລົມຕໍ່ພະນັກງານທີ່ມີໜ້າເຂົ້າຮ່ວມໃນພິທີ ເຊິ່ງທ່ານ ໄດ້ເນັ້ນເຖິງຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ແລະ ໜ້າທີ່ຂອງແມ່ຍິງລາວທີ່ຄວນປະຕິບັດ ເປັນຕົ້ນບັນດາມະຕິຄຳສັ່ງ ແລະ ກົດໝາຍພາຍໃຕ້ການຊີ້ນຳ-ນຳພາຂອງ ພັກ-ລັດຖະບານ ໃນໄລຍະໃໝ່.

ນອກ​ຈາກ​ການ​ຈັດ​ຕັ້ງພິທີສະເຫຼີມສະຫຼອງຄັ້ງນີ້, ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດຍັງ​ໄດ້ເຄື່ອນໄຫວ ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: ເຂົ້າ​ຢ້ຽມ​​ຊົມ​ຫ້ອງ​ມູນ​ເຊື້ອ​ຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ຈັດຕັ້ງການແຂ່ງຂັນກິລາເຕະບານມິດຕະ ພາບເພດຍິງ ລະຫວ່າງ ບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ຢ້ຽມຢາມບັນດາແມ່ປ້າອາວຸໂສບຳນານ. ພິທີສະເຫຼີມສະຫຼອງວັນສ້າງ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ຂອງກະຊວງການຕ່າງປະເທດ ໄດ້ດຳເນີນດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485294
ມື້ນີ້222
ມື້ວານ169
ອາທິດນີ້330
ເດືອນນີ້4599