ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ ຟີລິບປິນ

asean som other2 asean som other1

    ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທັງ​ເປັນ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ ຂອງ ສ​ປ​ປ ລາວ ໄດ້​ສືບຕໍ່ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ບວກ​ສາມ (ສປ.ຈີ​ນ, ຍີ່​ປຸ່ນ, ສ. ເກົາຫຼີ) ແລະ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອີ​ເອ​ເອ​ສ (ອົດ​ສ​ຕ​ຣາ​ລີ, ສ​ປ. ຈີນ, ຍີ່​ປຸ່ນ, ອິນ​ເດຍ, ນິວ​ຊີ​ແລນ, ສ.ເກົາຫຼີ, ລັດ​ເຊຍ ແລະ ສະ​ຫະ​ລັດ ອາ​ເມ​ຣິ​ກາ), ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR-ໄອຈາ), ທີ່ຈັດ​ຂຶ້ນຢູ່​ມ​ະ​ນິ​ລາ, ​ປະ​ເທດ ຟີ​ລິບ​ປິນ, ໃນວັນທີ 4 ສິງຫາ 2017.

   ໃນ​ນັ້ນ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາ​ຊຽນບວກ​ສາມ ໄດ້​ປຶກ​ສາ​ຫາ​ລື ແລະ ກະກຽມດ້ານເນື້ອໃນ, ພິ​ທີ​ການ ແລະອື່ນໆໃຫ້ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​ສາມ, ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ສິງ​ຫາ 2017 ທີ່ ມະ​ນິ​ລາ ໂດຍ​ສະ​ເພາະ​ແມ່ນ ​ບັນ​ດາ​ເອ​ກະ​ສານ​ທີ່​ຈະ​ນຳ​ສະ​ເໜີ​ໃຫ້​ລັດ​ຖະ​ມົນ​ຕີຕ່າງປະເທດອາຊຽນບວກສາມ ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາເປັນ​ຕົ້​ນ​ແມ່ນ ແຜນ​ວຽກ​​ການ​ຮ່​ວມ​ມືອາ​ຊຽນບວກ​ສາມ ໄລ​ຍະປີ 2018-2022, ຊຶ່ງ​ຈ​ະ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ເສີມ​ຂະ​ຫຍາຍ​ການຮ່ວມ​ມື​ອາ​ຊຽນ​ບວກ​ສາມ​ໃນ​ໄລ​ຍ​ະ 5 ປີ​ຕໍ່​ໜ້າ.

   ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອີ​ເອ​ເອ​ສ​​​ ກໍໄດ້​ກະ​ກຽມ​ດ້ານ​ຕ່າງໆ​ໃຫ້​ແກ່​ການ​ຈັດ​ກອງ​ປະ​ຊຸມ​​​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ (ອີ​ເອ​ເອ​ສ), ​ໂດຍ​ສະ​ເພາະແມ່ນ​ດ້ານ​ເນື້ອ​ໃນກໍ​ຄື​ຂໍ້​ລິ່​ເລີ່ມ​​ຕ່າງໆທີ່​ສະ​ເໜີ​ໂດຍ​ບັນ​ດາ​ປະ​ເທດ ອີ​ເອ​ເອ​ສ, ຊຶ່ງ​ມີ​ຈຸດ​ປະ​ສົງເພື່ອ​ນຳ​ສະ​ເໜີ​ຕໍ່​ຜູ້​ນຳອີເອເອສ ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 12 ໃນ​ເດືອນ​ພະ​ຈິກ 2017.

 ກອງປະຊຸມຄະນະກໍາມາທິການ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານຂອງສົນທິສັນຍາ ວ່າດ້ວຍເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ 2013-2017 ຊຶ່ງເຫັນວ່າມີຄວາມຄືບໜ້າ, ພ້ອມທັງໄດ້ເຫັນດີຕໍ່ວາລະຂອງແຜນປະຕິບັດງານດັ່ງກ່າວ ຈົນຮອດປີ 2022. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືືື ກ່ຽວກັບ ອະນຸສັນຍາ ຂອງສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນການລົງນາມ ແລະ ການໃຫ້ສັດຕະຍາບັນແກ່ອະນຸສັນຍາຂອງສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ໂດຍບັນດາປະເທດທີ່ມີນິວເຄລຍຄອບຄອງ ແນໃສ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນເຂດປອດອາວຸດນິວເຄລຍ ແລະ ອາວຸດທໍາລາຍລ້າງອື່ນໆ.

 ສໍາລັບກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR-ໄອຈາ), ກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈະກໍາບູລິມະສິດຂອງ ໄອຈາໃນໄລຍະແຕ່ເດືອນ ກໍລະກົດ 2016 ມິຖຸນາ 2017 ແລະ ຮັບຮອງເອົາແຜນກິດຈະກໍາບູລິມະສິດ ສໍາລັບປີ 2018 ພ້ອມດ້ວຍງົບປະມານເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາບູລິມະສິດດັ່ງກ່າວ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480211
ມື້ນີ້41
ມື້ວານ157
ອາທິດນີ້609
ເດືອນນີ້6442