ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຢູ່ ຟິລິບປິນ

 

 

Asean tp1

 

ໃນວັນທີ 3 ສິງ​ຫາ 2017 ທີ່ ນະຄອນຫຼວງ ມະນິລາ, ຟີລິບປິນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ​ການ​ຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ  ​ໄດ້​ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງຈັດ​ຂຶ້ນ​ໃນ​ໂອກາ​ດກອງປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 50 ພາຍໃຕ້ການເປັນປະທານຂອງຟີລິບປິນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ກໍ​ຄື​ການຈັດຕັ້ງປະ​ຕິ​ບັດ​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມື​ອງ-ຄວາມ​ໝັ້ນຄົງ​ອາ​ຊຽນ 2025. 

ກອງປະຊຸມເຈົ້າໜ້າ​ທີ່​ອາວຸ​ໂສອາຊຽນຍັງໄດ້​ປຶກສາຫາລື ກ່ຽວ​ກັບ ການສົ່ງເສີມການພົວພັນ ແລະ ຮ່ວມມືກັບພາຍນອກຄຽງຄູ່ກັບການສົ່ງເສີມບົດບາດຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ.

ນອກຈາກນີ້, ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມສໍາລັບກອງປະຊຸມຕ່າງໆຄື: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 50, ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດອາຊຽນກັບ​ຄູ່​ເຈລະຈາ​ອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະ​ເທດອາຊຽນ ບວກສາມ ຄັ້ງທີ 18, ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 7 ແລະ ກອງປະຊຸມ​ເວທີ​ພາກພື້ນອາຊຽນ ຄັ້ງທີ 24, ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນີວເຄລຍອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄະນະກໍາມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ຊຶ່ງຈະຈັດຂຶ້ນໃນວັນທີ 4-7 ສິງຫາ 2017. 

ໃນ​ວັນ​ດຽວ​ກັນ, ທ່ານ ທອງຜ່ານ ສະຫວັນ​​ເພັດ ຍັງ​ໄດ້ສືບ​ຕໍ່​ເຂົ້າຮ່ວມ​ກອງ​ປະຊຸມຄະນະ​ບໍລິຫານ​ງານ​ຂອງ​ຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ຊຶ່ງກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດ ແຜນປະຕິບັດງານເພື່ອສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການສ້າງອາຊຽນໃຫ້ເປັນເຂດປອດອາວຸດນິວເຄລຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483953
ມື້ນີ້77
ມື້ວານ183
ອາທິດນີ້391
ເດືອນນີ້3258