ໃນວັນທີ 25 ກໍລະກົດ 2017, ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ໄດ້ມີການຈັດກອງປະຊຸມປຶກສາຫາລືຮອບດ້ານ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ຄັ້ງທີ 8, ໂດຍມີການເຂົ້າຮ່ວມຂອງ ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ຄະນະຜູ້ແທນ ອາເມລິກາ ນຳໂດຍ ທ່ານນາງ ຊູຊານ ທໍເທິນ, ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ຮັບຜິດຊອບວຽກງານຂົງເຂດ ອາຊີ-ຕາເວັນອອກ ແລະ ປາຊີຟິກ.
ໃນໂອກາດກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສອງຝ່າຍ ໄດ້ມີການສະຫລູບຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ໂດຍສະເພາະນັບແຕ່ກອງປະຊຸມປຶກສາຫາລືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ຄັ້ງທີ 7 ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງວຽງຈັນໃນເດືອນ ພືດສະພາ 2016. ທັງສອງຝ່າຍໄດ້ດຳເນີນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກັນຢ່າງກວ້າງຂວາງ ກ່ຽວກັບບັນຫາຕ່າງໆທີ່ນອນຢູ່ໃນຂອບການຮ່ວມມືສອງຝ່າຍເຊັ່ນ: ວຽກງານການ ຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA); ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO); ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ ແລະ ວັດທະນະທໍາ; ການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງ ສອງປະເທດໃນເງື່ອນໄຂທີ່ ສປປ ລາວ ເປັນສະມາຊິກຂອງອົງການການຄ້າໂລກ ແລະ ການເຂົ້າຮ່ວມໃນປະຊາຄົມເສດຖະກິດອາຊຽນ ໃນປີ 2015, ຊຶ່ງເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຖະແຫຼງການຮ່ວມ ວ່າດ້ວຍການເປັນຄູ່ຮວ່ມມືແບບກວມລວມລະຫວ່າງສອງປະເທດ ໃນໂອກາດການຢ້ຽມຢາມລັດຖະກິດຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງ ປະທານາທິບໍດີ ໂອບາມາ ໃນເດືອນ ກັນຍາ 2016 ຜ່ານມາ. ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ການຮ່ວມມືໃນຂອບລຸ່ມແມ່ນໍ້າຂອງ (LMI) ແລະ ບັນຫາສະພາບການພາກພື້ນ ແລະ ສາກົນທີ່ຕ່າງຝ່າຍໃຫ້ຄວາມສົນໃຈ, ເປັນຕົ້ນແມ່ນ ການແລກປ່ຽນທັດສະນະກ່ຽວກັບວຽກງານ ອາຊຽນ, ບົດບາດ ຂອງ ອາເມລິກາ ໃນພາກພື້ນ ອາຊີ-ປາຊີຟິກ ແລະ ບັນຫາສາກົນຈຳນວນໜຶ່ງ.
ຜ່ານການປຶກສາຫາລື, ສອງຝ່າຍໄດ້ມີຄວາມເປັນເອກະພາບກັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດໃນປັດຈຸບັນຢູ່ໃນທ່ວງທ່າ ແລະ ບັນຍາກາດອັນດີ ມີບາດກ້າວຂະຫຍາຍຕົວໃໝ່, ໃນນັ້ນ ຝ່າຍອາເມລິກາໄດ້ຢືນຢັນທີ່ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືອັນດີກັບ ສປປ ລາວ ໃນອະນາຄົດ ແລະ ຈະປະກອບສ່ວນຢ່າງເໝາະສົມເຂົ້າໃນບັນດາໂຄງການຕ່າງໆທີ່ ອາເມລິກາ ມີສ່ວນຮ່ວມກັບບັນດາປະເທດອາຊຽນ ກໍ່ຄືບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ. ນອກຈາກນັ້ນ, ໃນການສົນທະນາກ່ຽວກັບ ຂໍ້ສະເໜີຂອງຝ່າຍ ອາເມລິກາ ເພື່ອຈັດສົ່ງພົນລະເມືອງລາວທີ່ມີບັນຫາ ກັບຄືນປະເທດ, ທັງສອງຝ່າຍໄດ້ເຫັນດີໃຫ້ມີການສືບຕໍ່ປຶກສາຫາລື ເພື່ອຮ່ວມມືກັນແກ້ໄຂເປັນແຕ່ລະກໍລະນີ. ກອງປະຊຸມໄດ້ດໍາເນີນໄປໃນບັນຍາກາດອັນດີ ແລະ ມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ.
ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມລິກາ ແມ່ນກົນໄກຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດ ທີ່ດຳເນີນເປັນປົກກະຕິ ໂດຍຜັນປ່ຽນກັນເປັນເຈົ້າພາບ ຈັດຂຶ້ນໃນປີລະຄັ້ງຢູ່ປະເທດໃຜລາວ ໃນລະດັບການນຳ ຂອງ ກະຊວງການຕ່າງປະເທດ.