ໃນວັນທີ 11 ກຸມພາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ລະດັບເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ໂດຍການເປັນປະທານຮ່ວມ ຂອງ ທ່ານ Gunnar Wiegand, ຫົວໜ້າກົມ ອາຊີ-ປາຊີຟິກ ສະຫະພາບເອີຣົບ ແລະ ທ່ານ Stanley Loh, ຫົວໜ້າຫ້ອງການ, ກະຊວງການຕ່າງປະເທດສິງກະໂປ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສິງກະໂປ, ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ອີຢູ, ກອງເລຂາອາຊຽນ ແລະ ຄະນະກຳມາທິການ ສະຫະພາບ ເອີລົບ.
ໃນວັນທີ 10 ກຸມພາ 2020, ທີ່ ສູນການຮ່ວມມືືສາກົນ ແລະ ຝຶກອົບຮົມ ICTC, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາ ທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ, ບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສູນກາງ ລວມທັງບັນດາທ່ານໃນຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ ເຂົ້າຮ່ວມ.
ໃນວັນທີ 16 ມັງກອນ 2020 ທີ່ ຍ່າຈ່າງ, ສສ ຫວຽດນາມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມດ້ານເນື້ອໃນ ແລະ ພາລະທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 17 ມັງກອນ 2020 ໂດຍການເປັນປະທານ ຂອງ ສສ ຫວຽດນາມ ພາຍໃຕ້ຄໍາຂວັນ:“ອາຊຽນ ທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ (Cohesive and Responsive ASEAN)”.