ໃນວັນທີ 29 - 30 ມິຖຸນາ 2020 ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC,ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.
ໃນວັນທີ 22 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 2 ແລະ ກອງປະຊຸມປຶກສາຫາລືຮ່ວມ ແບບທາງໄກ, ເຊິ່ງໄດ້ປຶກສາຫາລືການກະກຽມທາງດ້ານເນື້ອໃນ, ພາລະທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມກ່ຽວຂ້ອງ ແບບທາງ ໄກ ໃນວັນທີ 24 ມິຖຸນາ 2020 ແລະ 26 ມິຖຸນາ 2020 ຕາມລໍາດັບ.
ໃນວັນທີ 16 ມິຖຸນາ 2020 ຜ່ານມາ, ທ່ານຈ່ຽງຈາຍຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບກັບທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາໃນການພົວພັນຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ ການໄປມາຫາສູ່ກັນຂອງການນຳຂັ້ນສູງ, ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ມາດຕະການຜ່ອນຜັນສຳລັບການເດີນທາງທີ່ຈຳເປັນ, ການອຳນວຍຄວາມສະດວກໃຫ້ການປະຕິບັດບັນດາໂຄງການຮ່ວມມືທີ່ສໍາຄັນ ພາຍໃຕ້ເງື່ອນໄຂສືບຕໍ່ປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິ.