ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

 

MZC 4490

 

MZC 4481

 

ໃນວັນທີ 16 ມັງກອນ 2020 ທີ່ ຍ່າ​ຈ່າງ, ສ​ສ ຫວຽດ​ນາມ, ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທັງ​ເປັນ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມດ້ານ​ເນື້ອ​ໃນ ແລະ ພາ​ລະ​ທິ​ການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່​ຈະ​ຈັດ​ຂຶ້ນໃນວັນທີ 17 ມັງກອນ 2020 ໂດຍການເປັນປະທານ ຂອງ ສ​ສ ຫວຽດ​ນາມ ພາຍໃຕ້ຄໍາຂວັນ:ອາຊຽນ ທີ່ໜຽວແໜ້ນ ​ແລະ ຕອບ​ສະໜອງຕໍ່​ສະພາບ​ການ (Cohesive and Responsive ASEAN).

ໃນກອງປະຊຸມຄັ້ງນີ້ ບັນດາຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລື ກ່ຽວກັບການສືບຕໍ່ຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ. ພ້ອມກັນນັ້ນ, ກໍໄດ້ຮັບຊາບຂໍ້ລິເລີ່ມບູລິມະສິດ ສໍາລັບການເປັນປະທານອາ ຊຽນຂອງ ຫວຽດ​ນາມ ທີ່ເນັ້ນໃສ່ກາ​ນ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ອາ​ຊຽນ​, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ ແລະ ການ​ເຊື່ອມ​ຈອດ​ອາ​ຊຽນ, ສົ່ງ​ເສີມ​ເອ​ກະ​ລັກ​ຂອງ​ອາ​ຊຽນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຄູ່​ຮ່ວມ​ມື​ໃນ​ໂລກ ແລະ ເພີ່ມ​ທະ​ວີ​ຄວາມ​ອາດ​ສາ​ມາດ ແລະ ປະ​ສິດ​ທິ​ພາບ​ຂອງ​ສະ​ຖາ​ບັນ​ອາ​ຊຽນ.

ກອງ​ປະ​ຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຂໍ​ເຂົ້າ​ເປັນ​ພາ​ຄີ​​ສົນ​ທິ​ສັນ​ຍາ ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (TAC) ຂອງ​ປະ​ເທດນອກ​ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ, ໄດ້​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ກ່ຽວ​ກັບການ​ເສີມ​ສ້າງ​ ເຊິ່ງ​ກັນ ແລະ ກັນ ລະ​ຫວ່າງ ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ນອກນີ້, ກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ຮັດ​ແໜ້ນ​ການ​ພົວ​ພັນ​ກັບ​ພາຍນອກ ແລະ ການ​ສະ​ເໜີ​ເຂົ້າ​ເປັນ​ຄູ່​ຮ່ວມ​ມື​ກັບ​ອາ​ຊຽນ​ຂອງ​ປະ​ເທດນອກ​ພາກ​ພື້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485426
ມື້ນີ້127
ມື້ວານ227
ອາທິດນີ້462
ເດືອນນີ້4731