ໃນຕອນເຊົ້າວັນທີ 19 ກັນຍາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS).
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານກິດຈະກຳຮ່ວມມືອາຊຽນບວກສາມ ໂດຍສະເພາະບັນດາຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກ ຄັ້ງທີ II (EAVG II). ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມທາງດ້ານພາລາທິການ ແລະ ເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 22, ເຊິ່ງຈະຈັດຂື້ນໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ລວມທັງສະແດງຄວາມພໍໃຈຕໍ່ຄວາມຄືບໜ້າໃນການຮ່າງບັນດາເອກະສານ ທີ່ຈະນຳສະເໜີຕໍ່ກອງປະຊຸມສຸດຍອດດັ່ງກ່າວ ຮັບຮອງເອົາ ເປັນຕົ້ນ: ຖະແຫຼງການຜູ້ນໍາອາຊຽນບວກສາມວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດ; ການສ້າງເວັບໄຊ ອາຊຽນບວກສາມ ແລະ ບັນດາຂໍ້ສະເໜີແນະຂອງ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (Network of East Asian Think-Tanks - NEAT).
ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ໄດ້ສະແດງຄວາມພໍເພີ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ ຜ່ານມາ ແລະ ໄດ້ພ້ອມກັນປຶກສາຫາລືການກະກຽມທັງທາງດ້ານພີທີການ ແລະ ເນື້ອໃນໃນດ້ານຕ່າງໆໃຫ້ແກ່ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ໂດຍສະເພາະໄດ້ກວດຄືນຄວາມຄືບໜ້າການຮ່າງບັນດາເອກະສານຜົນຂອງກອງປະຊຸມທີ່ຈະນຳສະເໜີໃຫ້ຜູ້ນຳ EAS ຮັບຮອງເອົາ, ເປັນຕົ້ນ : ຖະແຫຼ່ງການຕ້ານອາຊະຍາກໍາຂ້າມຊາດ; ຖະແຫຼ່ງການຕ້ານການແຜ່ຂະຫຍາຍຂອງຢາເສບຕິດ; ແລະ ຖະແຫຼ່ງການເປັນຄູ່ຮ່ວມເພື່ອຄວາມຍືນຍົງ.