ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຝຶກອົບຮົມ ແລະ ເຜີຍແຜ່ເອກະສານ ເນື່ອງໃນວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

WomanVangVieng

 

ຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ຝຶກອົບຮົມ ແລະ ເຜີຍແຜ່ເອກະສານ ​ເນື່ອງ​ໃນ​ວັນ​ສາກົນ​ເພື່ອລຶບລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ 25 ພະຈິກ ຂຶ້ນ ​ໃນ​ລະຫວ່າງ ວັນ​ທີ 27-28 ທັນວາ 2019, ທີ່ ເມືອງ ວັງວຽງ, ​ແຂວງ​ ວຽງ​ຈັນ ພາຍ​ໃຕ​້ຫົວ​ຂໍ້: ຄວາມສະເໝີພາບຍຸກໃໝ່ ໂດຍບໍ່ປະໃຜໄວ້ທາງຫຼັງ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ, ມີບັນດາທ່ານຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ຕາງໜ້າຈາກບັນດາກົມ ພາຍໃນກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກພະແນກການຕ່າງປະເທດ ແລະ ສະຫະພັນແມ່ຍິງ ແຂວງ ວຽງຈັນ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາ ຂອງວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ, ກົດໝາຍວ່າດ້ວຍການປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂ​ອງ​ເດັກ​ຍິງ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ ​ແລະ ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ, ສົນທິສັນຍາສາກົນ ແລະ ພາກພື້ນ ທີ່ພົວພັນກັບອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຄ້າມະນຸດ ສົນທິສັນອາຊຽນວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດແຜນງານປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນໄລຍະ 05 ປີ ຜ່ານມາ ໃນຂອບເຂດທົ່ວປະເທດ.

ນອກຈາກນີ້, ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນບັນຫາການສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ ທີ່ຍັງເປັນສິ່ງທ້າທາຍສຳລັບ ສປປ ລາວ ໃນການບຸກທະລຸໃຫ້ໄດ້ຕາມຄາດໝາຍທີ່ພັກ ແລະ ລັດຖະບານໄດ້ກຳນົດໄວ້ ແລະ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາກົນຕ່າງໆທີ່ກ່ຽວຂ້ອງ, ທັງໝົດນີ້ແມ່ນຍ້ອນຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມ ເວົ້າລວມ, ເວົ້າສະເພາະ ຄວາມຮັບຮູ້ເຂົ້າໃຈຂອງ ພະນັກງານ-ລັດຖະກອນ ຕໍ່ກັບວຽກງານສິດທິຄວາມສະເໝີພາບຍິງ-ຊາຍ, ການປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ການສົ່ງເສີມ ແລະ ພັດທະນາແມ່ຍິງໃຫ້ເທົ່າທຽມກັບເພດຊາຍ ຍັງບໍ່ຖືກຕ້ອງ ແລະ ຍັງມີລັກສະນະຮີດເກົ່າຄອງເດີມ ລວມໄປເຖິງສະພາບຄວາມເຂັ້ມແຂງຂອງກົງຈັກ ທີ່ຂາດການຕິດຕາມກວດກາ ແລະ ສະຫຼຸບລາຍງານຢ່າງເປັນລະບົບຕໍ່ເນື່ອງ.

ໃນຕອນທ້າຍຂອງກອງປະຊຸມ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ໝົດທຸກທ່ານແຕ່ສູນກາງຮອດທ້ອງຖິ່ນ ເພື່ອສືບຕໍ່ໂຄສະນາ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ເພື່ອເຮັດໃຫ້ວຽກງານການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ ໃຫ້ນັບມື້ສູງເດັ່ນຂຶ້ນ, ໃຫ້ຮູ້ວ່າການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ.

 

 

 

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484693
ມື້ນີ້4
ມື້ວານ205
ອາທິດນີ້1131
ເດືອນນີ້3998