ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການເຊື່ຶອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ

 

LPB2020

 

ໃນ​​ວັນ​ທີ 08 ມັງກອນ 2020, ​ກະຊວງການຕ່າງປະເທດ ຮ່ວມກັບ ແຂວງຫລວງ​ພະ​ບາງ ໄດ້​ຈັດກອງ​ປະຊຸມ​ສຳມະນາ​ເຜີຍ​ແຜ່​ຜົນສຳ​ເລັດ​ ຂອງ​ກອງ​ປະຊຸມ ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ ​ເພື່ອ​ການ​ຮ່ວມ​ມືສາກົນ ຄັ້ງທີ 2 ​ແລະ ຄວາມ​ຄືບໜ້າການຈັດຕັ້ງປະຕິບັດ​ວຽກງານ​ການ​ເຊື່ຶອມ​ໂຍງ​ເສດຖະກິດ ກັບ​ພາກພື້ນ ​ແລະ ສາກົນ ຂອງ ສປປ ລາວ ທີ່ຫ້​ອງປະຊຸມ ຂອງພະ​ແນ​ກກະສິກຳ ​ແລະ ປ່​າໄມ້​ແຂວງຫລວງ​ພະ​ບາງ, ພາຍໃຕ້ການເປັນ​ປະທານ​ຮ່ວມ ຂອງ ທ່ານ ທອງ​ຜ່ານ ສະຫວັນ​ເພັດ, ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ແລະ ທ່ານ ສຸ​ກັນ ບຸນ​ຍົງ, ຮອງ​ເຈົ້າແຂວງ​ໆຫລວງ​ພະ​ບາງ, ໂດຍມີຜູ້ຕາງໜ້າ ຈາກ​ບັນດາຂະ​ແຫນງ​ການ​ ຂອງ​ສູນ​ກາງ ແລະ ຈາກ 09 ​ແຂວງ​ພາກໜືອ (​​​ແຂວງວຽງຈັນ, ແຂວງຫລວງ​ພະ​ບາງ​, ແຂວງ​ອຸດົມ​ໄຊ, ​ແຂວງ​ໄຊ​ຍະ​ບູລີ, ​ແຂວງ​ຊຽງຂວາງ, ​ແຂວງ​ບໍ່​ແກ້ວ, ແຂວງຫົວພັນ, ​ແຂວງ​ຜົ້ງສາລີ ແລະ ແຂວງໄຊສົມບູນ) ເຂົ້າຮ່ວມ.

ໃນກອງປະຊຸມ​ສຳ​ມະ​ນາຄັ້ງນີ້ ຜູ້ເຂົ້າຮ່ວມ​ໄດ້ຮັບຟັງການເຜີຍແຜ່​​ຜົນສຳເລັດ ຂອງ​ການ​ເຂົ້າຮ່ວມ​ກອງ​ປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ 2 ຂອງ​ພະນະ​ທ່ານ ບຸນ​ຍັງ​ວໍລະ​ຈິດ, ປະທານ​ປະ​ເທດ​ ​ແຫ່ງ ສປປ ລາວ ແລະ ຮັບຟັງການລາຍງານຄວາມ​ຄືບໜ້າ ​ແລະ ຜົນສຳ​ເລັດ​ໃນການຈັດຕັ້ງປະຕິບັດ​ຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ. ນອກຈາກ​ນີ້, ຜູ້ເຂົ້າຮ່ວມກອງ​ປະຊຸມ ​ຍັງ​ໄດ້ຮັບຟັງການ​ລາຍ​ງານ​ຜົນສຳ​​ເລັດ​ໃນການເຄື່ອນໄຫວວຽກງານການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນຂອບການຮ່ວມມືແມ່​ນໍ້າຂອງ​-​ແມ່​ນໍ້າ​ລ້ານ​ຊ້າງ (MLC) ​ແລະ ບາງ​​ເອກະສານຍຸດທະສາດທີ່​ສຳຄັນອື່ນໆ ເພື່ອເຮັດ​ໃຫ້​ບັນດາ​ພະນັກງານ​ ຈາກ​ບັນດາ​ຂະ​ແຫນງ​ການ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ຮັບ​ຊາບກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເຊື່ອມຈອດພາກພື້ນແລະສາກົນຂອງພັກແລະລັດຖະບານຂອງພວກເຮົາ.ໃນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມ ຍັງໄດ້​ມີການແລ​ກປ່ຽນຄຳຄິດເຫັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ແບບກົງໄປກົງມາ ​ຕໍ່ບັນດາສິ່ງທ້າທາຍ, ກາລະ​​ໂອກາດ ​ແລະ ການກະກຽມຄວາມພ້ອມໃນດ້ານຕ່າງໆ ແນໃສ່​ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ ​ເພື່ອ​ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480203
ມື້ນີ້33
ມື້ວານ157
ອາທິດນີ້601
ເດືອນນີ້6434