ໃນລະຫວ່າງວັນທີ 17-18 ກັນຍາ 2019 ທີ່ ບາງກອກ, ປະເທດ ໄທ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting - SOM), ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting - JCM) ແລະ ກອງປະຊຸມໜ່ວຍງານປະສານງານອາຊຽນ ຄັ້ງທີ 8 (8th Meeting of the ASEAN Coordinating Council Working Group – ACCWG) ເພື່ອກະກຽມ ຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ເຊີ່ງຈັດຂຶ້ນໃນວັນທີ 17 ກັນຍາ 2019 ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳບູລິມະສິດຂອງ ໄທໃນນາມປະທານອາຊຽນ ປີ 2019, ໂດຍສະເພາະຄວາມຄືບໜ້າຂອງວຽກງານການເສີມສ້າງເຊິ່ງກັນແລະກັນ ລະຫວ່າງວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະການພັດທະນາແບບຍືນຍົງ 2030 ຂອງອົງການ ສະຫະປະຊາຊາດ ໂດຍສະເພາະແມ່ນການສ້າງແຜນງານສໍາລັບການເສີມສ້າງເຊິ່ງກັນແລະກັນລະຫວ່າງ ສອງວິໄສທັດດັ່ງກ່າວໄລຍະ 2020-2025 (Complementarities Roadmap 2020-2025) ໂດຍຮ່າງເອກະສານດັ່ງກ່າວ ຈະນໍາສະເໜີກອງປະຊຸມສຸດຍອດ ອາຊຽນ-ສປຊ ໃນເດືອນ ພະຈິກ 2019 ທີ່ ບາງກອກ ຮັບຊາບ. ພ້ອມນີ້, ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນຕໍ່ຂໍ້ສະເໜີສະໝັກເຂົ້າເປັນພາຄີຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດນອກພາກພື້ນອາຊຽນຈໍານວນໜຶ່ງ, ທົບທວນຄືນການຈັດຕັ້ງປະຕິບັດຂອບການຮ່ວມມືເວທີພາກພື້ນອາຊຽນ ຫຼື ເອອາເຟບ ທີ່ຈະຄົບຮອບ 10 ປີໃນປີ 2020, ແລະ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາຂອງຄະນະກໍາມາທິການລະຫວ່າງຊາດອາຊຽນວ່າດ້ວຍສິດທິມະນຸດ ຫຼື ໄອຈາ.
ນອກນີ້, ກອງປະຊຸມ ຍັງໄດ້ ປຶກສາຫາລື ການກະກຽມທັງທາງດ້ານເນື້ອໃນ ແລະ ພິທີການໃຫ້ແກ່ບັນດາກອງປະຊຸມອາຊຽນທີ່ກ່ຽວຂ້ອງ ໃນໂອກາດກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 74, ທີ່ຈະມີຂຶ້ນໃນໄລຍະວັນທີ 25-28 ກັນຍາ 2019 ທີ່ ນິວຢອກ, ສະຫະລັດອາເມລິກາ ແລະ ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ທີ່ຈະມາເຖິງໃນເດືອນພະຈິກ2019 ທີ່ ບາງກອກ, ປະເທດໄທ.
ໃນຕອນເຊົ້າຂອງວັນທີ 18 ກັນຍາ 2019, ທ່ານທອງຜ່ານສະຫວັນເພັດ ພ້ອມດ້ວຍຄະນະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ, ຊຶ່ງໄດ້ພອມກັນປຶກສາຫາລືທັງດ້ານເນື້ອໃນ, ພິທີການ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35, ທີ່ຈະຈັດຂຶ້ນໃນໄລຍະວັນທີ 31 ຕຸລາ - 4 ພະຈິກ 2019 ທີ່ ບາງກອກ, ປະເທດໄທ.ພ້ອມນີ້, ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການສືບຕໍ່ຮ່ວມມືກັນເພື່ອຮັບມືກັບການປະຕິວັດອຸດສາຫະກໍາ 4.0, ແລະ ການສ້າງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ (ASEAAN Smart Cities Network).
ໃນຕອນບ່າຍຂອງວັນດຽວກັນ, ທ່ານທອງຜ່ານສະຫວັນເພັດ, ພ້ອມດ້ວຍຄະນະກໍ່ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານປະສານງານອາຊຽນ ຄັ້ງທີ 8, ຊຶ່ງໄດ້ຕີລາຄາສູງຕໍ່ຜົນການໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ຕີມໍເລສເຕ ຂອງຄະນະໜ່ວຍງານ ສັງລວມຂໍ້ມູນເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງ (Fact-Finding Mission of ASEAN Political-Security Community) ໃນໄລຍະວັນທີ 3-6 ກັນຍາ 2019, ຊຶ່ງເຫັນວ່າ: ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງຂອງ ຕີມໍເລສເຕ ແມ່ນມີຄວາມກຽມພ້ອມໃນລະດັບອັນແນ່ນອນໃນການຈະເຂົ້າເປັນສະມາຊິກອາຊຽນ ແລະ ການປະເມີນສຸດທ້າຍ ການຈະເຂົ້າເປັນສະມາຊິກອາຊຽນນີ້ຈະມີການປຶກສາຫາລືຕື່ມຫຼັງຈາກຄະນະໜ່ວຍງານສັງລວມຂໍ້ມູນເສົາຄໍ້າເສດຖະກິດ ແລະ ສັງຄົມ-ວັດທະນະທໍາ ເດນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ຕີມໍເລສເຕ ໃນປີ 2020.
ໃນວັນທີ 11 ກັນຍາ 2019, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປະຊຸມປຶກສາຫາລື ກ່ຽວກັບ ການປະເມີນການຊ່ວຍເຫຼືອຈາກສາກົນເພື່ອຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ, ແຂວງອັດຕະປຶ, ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາຄືນການຮັບເອົາ ແລະ ນຳໃຊ້ການຊ່ວຍເຫຼືອຈາກສາກົນໃນໄລຍະຜ່ານມາ, ພ້ອມກັນທົບທວນຄືນປະສິດທິຜົນຂອງການປະສານງານການຊ່ວຍເຫຼືອຈາກສາກົນເພື່ອຟື້ນຟູໄພພິບັດໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເຂົ້າເຖິງປະຊາຊົນທີ່ຖືກຜົນກະທົບຢ່າງແທ້ຈິງ.