ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ

 

LawConsider1 LawConsider2

 

ໃນວັນທີ 10 ກຸມພາ 2020, ທີ່ ສູນການຮ່ວມມືືສາກົນ ແລະ ຝຶກອົບຮົມ ICTC, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາ ທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ, ບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສູນກາງ ລວມທັງບັນດາທ່ານໃນຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ ເຂົ້າຮ່ວມ.

ການຈັດຕັ້ງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອນຳເອົາຮ່າງກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ ມາທາບທາມຄຳເຫັນນຳບັນດາກະຊວງ, ອົງການຈັດຕັ້ງລັດທຽບເທົ່າກະຊວງ ແລະ ອົງການຈັດຕັ້ງຕ່າງໆອ້ອມຂ້າງສູນກາງ. ໃນອາທິດທີ່ຜ່ານມາ, ກະຊວງການຕ່າງປະເທດ ກໍ່ໄດ້ສຳເລັດການທາບທາມຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວຢູ່ 8 ແຂວງພາກເໜືອ ແລະ ຈະສືບຕໍ່ຈັດຕັ້ງກອງປະຊຸມທາບທາມຄຳເຫັນ ສຳລັບ ພາກກາງ ແລະ ພາກໃຕ້ ໃນທ້າຍເດືອນນີ້, ຈາກນັ້ນກໍ່ຈະຮ່າງກົດໝາຍໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ ແລະ ຄົບຖ້ວນຂຶ້ນກວ່າເກົ່າ ກ່ອນນຳຮ່າງກົດໝາຍສະບັບນີ້ ເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານ ປະຈຳເດືອນມີນາ 2020 ແລະ ນຳເຂົ້າພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 9 ໃນກາງປີ 2020 ຕາມລຳດັບ.

ການສ້າງກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ ແມ່ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາວຽກງານຊັ້ນການທູດ ເພື່ອເຮັດໃຫ້ຂະແໜງການຕ່າງປະເທດ ແລະ ຖັນແຖວນັກການທູດເປັນລະບົບມາດຕະຖານ ແລະ ມີປະສິດທິພາບ ໂດຍສອດຄ່ອງກັບກົດໝາຍ ແລະ ພາກປະຕິບັດຂອງສາກົນ ຊຶ່ງພາຍຫຼັງທີ່ຜ່ານການຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ກໍຈະເປັນບ່ອນອີງໃຫ້ແກ່ການສ້າງຖັນແໂວນັກການທູດໃຫ້ມີຄຸນນະພາບ, ມີຄວາມຊຳນິຊຳນານງານໃນລະດັບສູງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ, ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ສາມາດປະຕບັດແນວທາງນະໂຍບາຍການຕ່າງປະເທດ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຖືເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການານຕ່າງປະເທດໃຫ້ຄົບຊຸດ ເພື່ອເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດ ດ້ວຍກົດໝາຍເທື່ອລະກ້າວ.

ການສ້າງນິຕິກຳຂະແໜງການຕ່າງປະເທດ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງການປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ກໍ່ຄື ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ເພື່ອຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງຂະແໜງການຂອງຕົນດ້ວຍກົດໝາຍ ແລະ ລະບຽບການຢ່າງໜັກແໜ້ນເທື່ອລະກ້າວ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480277
ມື້ນີ້107
ມື້ວານ157
ອາທິດນີ້675
ເດືອນນີ້6508