ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2021, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸຸມປຶກສາຫາລື ອາຊຽນ-ຈີນ ຄັ້ງທີ 27 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມ ຂອງ ເຈົ້າໜ້າທີ່ອາວຸໂສອາຊຽນ ຟິລິບປິນ (ປະເທດປະສານງານ) ແລະ ສປ. ຈີນ.ນອກຈາກນີ້, ຍັງມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນອື່ນ, ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ ເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ນຳພາຄະນະ ແລະ ເປັນປະທານຮ່ວມກອງປະຊຸມປືກສາຫາລື ລະດັບເຈົ້າໜ້າທີ່ອາວຸໂສ ອາຊຽນ-ສະຫະລັດ ຄັ້ງທີ 34 ແບບທາງໄກ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ຮ່ວມກັບ ທ່ານ ອາຕູລ ເກຊັບ (Atul Keshap),ຮອງຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຂອງ ສະຫະລັດ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງ.