ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.

 

National day VN 2021

National Day VN 2021 2

 

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 76 ປີ (02/09/1945-02/09/2021)  ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 76 ປີ (28/08/1945-28/08/2021).

ອ່ານເພີ່ມເຕີມ... 

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 6

20210901LV

20210901LV1

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 6 ໄດ້ມີຂຶ້ນໃນວັນທີ 31 ສິງຫາ 2021 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ກວ໋ກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີການເຂົ້າຮ່ວມຂອງບັນດາຫົວໜ້າກົມ, ຮອງກົມ, ພາຍໃນກະຊວງການຕ່າງປະເທດ ຂອງສອງຝ່າຍເຂົ້າຮ່ວມ, ຊຶ່ງເປັນກົນໄກປະຈໍາປີ ລະຫວ່າງ ສອງກະຊວງການຕ່າງປະເທດທີ່ປະຕິບັດຮ່ວມກັນມາແຕ່ປີ 2015.

ອ່ານເພີ່ມເຕີມ... 

ພິທີລົງນາມສັນຍາການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM)

 

20210901 CA with IOM-1

 

ໃນວັນທີ 01 ກັນຍາ 2021, ທີ່ ກະຊວງການຕ່າງປະເທດໄດ້ມີພິທີລົງນາມສັນຍາການຮ່ວມມື (Cooperation Agreement ) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM), ໂດຍຕາງໜ້າຝ່າຍລາວ ກໍຄື ຕາງໜ້າໃຫ້ລັດຖະບານລາວ ຮ່ວມລົງນາມ ຄັ້ງນີ້ແມ່ນ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍອົງການ IOM ແມ່ນ ທ່ານ ນາງ ຊາຣີນ ທູລາດາຣ໌ (Shareen TULADHAR), ຫົວໜ້າຫ້ອງການອົງການ IOMປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ການລົງນາມໃນຄັ້ງນີ້, ແມ່ນເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ເຊິ່ງນິຕິກໍາດັ່ງກ່າວເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດບັນດາໂຄງການທີ່ອົງການ IOM ໄດ້ໃຫ້ການຊ່ວຍເຫລືອລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485997
ມື້ນີ້128
ມື້ວານ168
ອາທິດນີ້1033
ເດືອນນີ້5302