ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປຶກສາຫາລືເຈົ້າຫນ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 14 (ແບບທາງໄກ)

 

14LaoAUs

14LaoAUs1

14LaoAUs2

 

ໃນວັນທີ 26 ກໍລະກົດ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 14 (ຮູບແບບທາງໄກ) ຮ່ວມກັບ ທ່ານ ຣິດວານ ເຈດເວີດ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຂອງ ອົດສະຕຣາລີ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ. ພ້ອມກັນນີ້, ຍັງໄດ້ມີການປຶກສາຫາລືທິດທາງ ແລະ ແຜນການຮ່ວມມືໃນດ້ານຕ່າງໆຂອງສອງປະເທດໃນອະນາຄົດ ລວມທັງແຜນການຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022 (15 ມັງກອນ 1952) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ອ່ານເພີ່ມເຕີມ... 

ກອງປະຊຸມໂຕະມົນລະດັບສູງ ອາຊຽນ-ຍີ່ປຸ່ນ

 

1-DSC 7662

2-DSC 7654

 

ໃນຕອນເຊົ້າ ຂອງ ວັນທີ 21 ກໍລະກົດ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມ ກອງປະຊຸມໂຕະມົນລະດັບສູງ ອາຊຽນ-ຍີ່ປຸ່ນ (ASEAN-Japan High Level Roundtable) ເພື່ອປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023. ກອງປະຊຸມຄັ້ງນີ້, ໄດ້ຮັບກຽດ ກ່າວເປີດໂດຍ ພະນະທ່ານ Bui Thanh Son, ລັດຖະມົນຕີຕ່າງປະເທດ ຂອງຫວຽດນາມ ແລະ ພະນະທ່ານ Washio Eiichiro, ຮອງລັດຖະມົນຕີຕ່າງປະເທດ ຂອງຍີ່ປຸ່ນ, ເຊິ່ງຈັດຂຶ້ນໃນຮູບແບບປະສົມປະສານ (ແບບເຊິ່ງໜ້າ ແລະ ແບບທາງໄກ). ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫ່ຍອາຊຽນ, ເອກອັກຄະລັດຖະທູດ, ຫົວໜ້າກົມ, ຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມກາງສະໄໝລະດັບລັດຖະມົນຕີ ຂອງຂະບວນການບໍ່ຮ່ວມກຸ່ມ

2021716-tp

     ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້​ເຂົ້າ​ຮ່ວ​ມກອງປະຊຸມກາງສະໄໝລະດັບລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ (N​on-Aligned Movement Mid-term Ministerial Conference), ພາຍໃຕ້ຫົວຂໍ້ “NAM at all the center of multilateral efforts in responding to global challenges” ໄດ້ຈັດຂື້ນໃນລະຫວ່າງວັນທີ 13-14 ກໍລະກົດ 2021 (ຜ່ານກອງປະຊຸມທາງໄກ), ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ປະ​ເທດ​ອາ​ແຊັກ​ໄບ​ຊານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487392
ມື້ນີ້60
ມື້ວານ167
ອາທິດນີ້1054
ເດືອນນີ້785