ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.

 

National day VN 2021

National Day VN 2021 2

 

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 76 ປີ (02/09/1945-02/09/2021)  ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 76 ປີ (28/08/1945-28/08/2021).

ໃນໂອກາດດັ່ງກ່າວ, ສະຫາຍ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ສສ ຫວຽດນາມ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 7ປີ ຢ່າງສຸດໃຈ. ພ້ອມນັ້ນ, ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາໄດ້ຕະຫຼອດ 76 ປີ ຜ່ານມາ. ໂດຍສະເພາະໃນປີນີ້ ໃນຂະນະທີ່ຫລາຍປະເທດໃນໂລກ ແລະ ໃນພາກພື້ນ ກໍາລັງປະເຊີນກັບການທົດຖອຍຂອງເສດຖະກິດຈົນເຖິງຂັ້ນຕິດລົບ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ແຕ່ເສດຖະກິດ ສສ ຫວຽດນາມ ກໍມີການຂະຫຍາຍຕົວ ເພີ່ມຂື້ນເຖິງ 6%, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ. ນອກຈາກນັ້ນ, ສະຫາຍ ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ກໍ່ຄືລັດຖະບານ ຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງທົ່ວປະເທດ ທີ່ໄດ້ຮ່ວມແຮງຮ່ວມໃຈກັນສ້າງສາ ແລະ ພັດທະນາປະເທດຊາດ ຈະສາມາດຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ໃຫ້ບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ ຮອດປີ 2025 ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກໍາຕາມທິດທັນສະໄໝ, ຂ້າມຜ່ານລະດັບລາຍໄດ້ສະເລ່ຍປານກາງຕໍ່າ; ຮອດປີ 2030 ກາຍເປັນປະເທດກໍາລັງພັດທະນາ, ເຮັດໃຫ້ມີການພັດທະນາອຸດສາຫະກໍາທັນສະໄໝ, ມີລາຍໄດ້ສະເລ່ຍປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ ມີລາຍໄດ້ສູງ. ພິເສດ, ສະຫາຍ ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງ ລະຫວ່າງ ກະຊວງການຕ່າງປະເທດລາວ ກັບ ສະຖານທູດຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ດີ ລະຫວ່າງສອງຝ່າຍ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ ເຖິງແມ່ນວ່າຫຼາຍກິດຈະກໍາ ແລະ ແຜນການຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ພວກເຮົາກໍ່ຍັງມີການໄປມາຫາສູ່ກັນ ຂອງການນໍາຂັ້ນສູງຢ່າງບໍ່ຂາດ ໂດຍສະເພາະການເດີນທາງຢ້ຽມຢາມ ສສ ຫວຽດນາມ ໃນທ້າຍເດືອນ ມິຖຸນາ 2021 ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ການເດີນທາງຢ້ຽມຢາມ ສປປ ລາວໃນກາງເດືອນ ສິງຫາ 2021 ຜ່ານມາ ຂອງສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ. ເຊິ່ງການຢ້ຽມຢາມດັ່ງກ່າວ ກໍ່ແມ່ນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທັງສອງສະຫາຍໃນຖານະປະທານປະເທດ, ສະແດງໃຫ້ເຫັນເຖິງ ສາຍພົວພັນອັນພິເສດຂອງທັງສອງປະເທດທີ່ບໍ່ວ່າເວລາໃດກໍ່ຖືສໍາຄັນ ແລະ ໃຫ້ບູລິມະສິດເຊິ່ງກັນ ແລະ ກັນສະເໝີ. ພ້ອມກັນນັ້ນ ສະຫາຍ ໂພໄຊ ໄຂຄຳພິທູນ ໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງ ສສ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ໃນຊ່ວງໄລຍະການລະບາດຂອງພະຍາດໂຄວິດ-19 ເຖິງວ່າ ຫວຽດນາມ ຈະໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວເຊັ່ນກັນ ແຕ່ກໍ່ຍັງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ໄດ້ສົ່ງຄະນະແພດຊ່ຽວຊານ, ຢາປົວພະຍາດ ພ້ອມທັງອຸປະກອນການແພດມາຊ່ວຍລັດຖະບານລາວ. ພ້ອມນີ້, ສະຫາຍ ໂພໄຊ ໄຂຄຳພິທູນ ກໍ່ໄດ້ສະແດງຄວາມເຫັນໃຈຕໍ່ ສສ ຫວຽດນາມ ທີ່ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່ ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມເອົາໃຈໃສ່ໃກ້ຊິດຂອງພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມກັບຄວາມມີລະບຽບວິໄນ ສະຕິສູງ ຂອງປະຊາຊົນ ຫວຽດນາມ, ສສ ຫວຽດນາມ ຈະສາມາດຄວບຄຸມການລະບາດຄັ້ງນີ້ໄດ້ໂດຍໄວ.

ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາອວຍພອນຄັ້ງນີ້ຂອງ ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ແລະ ຄະນະ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ການໃຫ້ຄວາມສໍາຄັນອັນຈິງໃຈຂອງ ພັກ-ລັດຖະບານ ແຫ່ງ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ. 

ໃນຕອນທ້າຍ, ສະຫາຍ ໂພໄຊ ໄຂຄຳພິທູນ ກໍ່ໄດ້ອວຍພອນໃຫ້ ສະຫາຍ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງການນໍາພັກ-ລັດ ຂອງ ຫວຽດນາມ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃໝ່ໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມທັງອວຍພອນແດ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ ໃນອານາຄົດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480416
ມື້ນີ້74
ມື້ວານ172
ອາທິດນີ້814
ເດືອນນີ້6647