ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມໜ່ວຍງານວິຊາການ ຂອງສະພາປະສານງານອາຊຽນ ວ່າດ້ວຍ ການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 11 (ແບບທາງໄກ)

 

20210729SOMASEAN54a

 

20210729SOMASEAN54b

 

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແບບທາງໄກ ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ.

 

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດກິດຈະກຳບູລິມະສິດການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021 ເປັນຕົ້ນແມ່ນການຈັດກອງປະຊຸມສໍາມະນາອາຊຽນ ກ່ຽວກັບ ເສດຖະກິດສີຟ້າ, ກອງປະຊຸມສຳມະນາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ຊຶ່ງເປັນກິດຈະກຳພາຍໃຕ້ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ທີ່ຈະໄດ້ຖືກຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ໃນເດືອນ ຕຸລາ 2021. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການກະກຽມລົງນາມ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື TAC.

 

ກອງປະຊຸມ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງ ໂຮນລັງ, ເກຣັກ, ກາຕາ ແລະ ສະຫະນະຄອນ ເອເມຣັດ ອາຣັບ. ນອກນັ້ນ, ກອງປະຊຸມຄັ້ງນີ້ ກໍໄດ້ປຶກສາຫາລືການຮ່ວມມືອາຊຽນກັບແຕ່ລະຄູ່ເຈລະຈາອາຊຽນ ແລະ ພິຈາລະນາການສະເໜີເຂົ້າເປັນຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມເຈລະຈາອາຊຽນ. ສຸດທ້າຍ, ກອງປະຊຸມ ໄດ້ກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 (AMM), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບບັນດາຄູ່ເຈລະຈາອາຊຽນ (PMC) ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງອື່ນໆ ແບບທາງໄກ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 2-6 ສິງຫາ 2021.

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງລັດຖະມົນຕີ ຍັງໄດ້ສືບຕໍ່ນຳພາຄະນະ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ວ່າດ້ວຍ ການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 11, ຊຶ່ງກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າ ໃນການກະກຽມການໄປຢ້ຽມຢາມ ຕີມໍແລັດສະເຕ (Fact-Finding Mission) ຂອງເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແມ່ນສຳເລັດແລ້ວໃນປີ 2019). ກອງປະຊຸມ ຍັງໄດ້ປຶກສາຫາຫຼືກ່ຽວກັບຕາຕະລາງບັນດາກິດຈະກຳ ແລະ ເອກະສານທິດນຳກ່ຽວກັບການເຂົ້າຮ່ວມຂອງ ຕີມໍແລັດສະເຕ ໃນບັນດາກິດຈະກຳການສ້າງຂີດຄວາມສາມາດຂອງອາຊຽນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485410
ມື້ນີ້111
ມື້ວານ227
ອາທິດນີ້446
ເດືອນນີ້4715