ໃນຕອນເຊົ້າວັນທີ 16 ທັນວາ 2021, ທີ່ ກະຊວງການຕ່າງປະເທດ,ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ຫງວຽນ ວັນ ຈຸງ, ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈຳປາສັກ, ສປປ ລາວ.
ລັດຖະບານແຫ່ງ ສປປ ລາວ, ຕາງໜ້າໂດຍ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານພັກ, ຮອງລັດຖະມົນຕີກະຊວງກນຕ່າງປະເທດ ແລະ ຕາງໜ້າລັດຖະບານ ສ. ກູບາ, ທ່ານ ປາໂບຼ ອານໂຕນີໂອ ໂຣດີເກດສ ບີດານ(Pablo Antonio Rodriguez Vidal ), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ສ. ກູບາ ປະຈຳ ສປປ ລາວ ໄດ້ຮ່ວມລົງນາມສັນຍາສອງຝ່າຍວ່າດ້ວຍແລກປ່ຽນທີ່ດິນ ແລະ ເຮືອນຂອງສໍານັກງານຜູ້ຕາງໜ້າສະຖານທູດທີ່ມີສຳນັກງານຂອງແຕ່ລະຝ່າຍ ຕັ້ງຢູ່ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງ ລາຮາວານ.
ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2021 ທີ່ ສູນການຮ່ວມມືສາກົນແລະການຝຶກອົບຮົມ, ກະຊວງການຕ່າງປະເທດ. ສປປ ລາວ ແລະ ສ.ກູບາ ເປັນປະເທດເພື່ອນມິດຍຸດທະສາດ ຊຶ່ງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ວັນທີ 4 ພະຈິກ 1974 ໂດຍມີຫ້ອງການຕາງໜ້າແນວລາວຮັກຊາດປະຈຳຢູ່ ນະຄອນຫລວງ ລາຮາວານ ແລະ ໄດ້ຍົກລະດັບຂຶ້ນເປັນສະຖານທູດ ໃນ ປີ 1975 ຊຶ່ງມີສາຍພົວພັນ ຄົບຮອບ 47 ປີ. ພິທີລົງນາມດັ່ງກ່າວ ແມ່ນຈັດຂຶ້ນດ້ວຍຄວາມຕັ້ງໃຈຂອງສອງລັດຖະບານ ເພື່ອຢາກຮັດແໜ້ນສາຍພົວພັນມິດຕະພາບ ແລະ ຮັບປະກັນເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ການພັກເຊົາ ແລະ ການປະຕິບັດໜ້າທີ່ສໍາລັບພະນັກງານການທູດຂອງສອງປະເທດ ບົນພື້ນຖານການຕອບສະໜອງຊຶ່ງກັນ ແລະ ກັນ.
ທ່ານ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ຕິ່ງ ສຸກສັນ ໄດ້ຕີລາຄາສູງ ແລະ ສະແດງຂອບໃຈຢ່າງຈິງໃຈຕໍ່ການຮ່ວມມືຂອງລັດຖະບານ ສ.ກູບາ ໂດຍອີງຕາມແນວທາງການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງສອງຝ່າຍ ສປປ ລາວ ແລະ ສ.ກູບາ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານບົນພື້ນຖານອຸດົມການຂອງສັງຄົມນິຍົມ ແລະ ຍຶດໝັ້ນແນວທາງອັນສະເໝີຕົ້ນສະເໝີປາຍ ແລະ ສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນຢູ່ໃນເວທີພາກພື້ນ ແລະ ສາກົນ.
ໃນຕອນເຊົ້າຂອງ ວັນທີ 7 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ອາຊີຕາເວັນອອກ ຄັ້ງທີ 19 ແບບທາງໄກ (19th East Asia Forum) ພາຍໃຕ້ການເປັນປະທານຂອງ ສ.ເກົາຫຼີ, ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.