ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ມາເຣຍ ເຣນາຕາ ຄາລດາສ ເດ ເຈຊຸສ (Maria Renata Caldas De Jesus), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຕີມໍ ເລສເຕ ປະຈຳ ສປປ ລາວ, ໃນວັນທີ 12 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ.