ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມກາງສະໄໝລະດັບລັດຖະມົນຕີ ຂອງຂະບວນການບໍ່ຮ່ວມກຸ່ມ

2021716-tp

     ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້​ເຂົ້າ​ຮ່ວ​ມກອງປະຊຸມກາງສະໄໝລະດັບລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ (N​on-Aligned Movement Mid-term Ministerial Conference), ພາຍໃຕ້ຫົວຂໍ້ “NAM at all the center of multilateral efforts in responding to global challenges” ໄດ້ຈັດຂື້ນໃນລະຫວ່າງວັນທີ 13-14 ກໍລະກົດ 2021 (ຜ່ານກອງປະຊຸມທາງໄກ), ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ປະ​ເທດ​ອາ​ແຊັກ​ໄບ​ຊານ.

          ກອງປະຊຸມໃນຄັ້ງນີ້ ໄດ້​ມີ​ 63 ປະ​ເທດເຂົ້າ​ຮ່ວມກ່າວຄໍາເຫັນ ໃນ​ນັ້ນ, ລະ​ດັບ​ລັດ​ຖະ​ມົນ​ຕີ 48 ທ່ານ, ລະດັບທູດ ຫຼື ຜູ້ຕາງໜ້າ 13 ທ່ານ ແລະ ລະດັບຫົວໜ້າກົມ 01 ທ່ານ. ກອງ​ປະ​ຊຸມໄດ້ລາຍງານ ແລະ ທົບທວນຄວບຄືບໜ້າການຈັດຕັ້ງປະຕິບັດຕາມຜົນກອງປະຊຸມສຸດຍອດ NAM ໃນເດືອນຕຸລາ 2019 ແລະ ບັນດາກິດຈະກຳທີ່ປະຕິບັດພາຍໃຕ້ການເປັນປະທານ NAM ຂອງ​ປະ​ເທດ ອາແຊັກໄບຊານ ພ້ອມ​ທັງສະແດງຄວາມຊົມເຊີຍຕໍ່ບົດບາດຂອງ NAM ໃນການລະດົມຄວາມພະຍາຍາມຂອງສາກົນໃນການແກ້ໄຂບັນຫາພະຍາດລະບາດ COVID-19. ໃນກອງປະຊຸມຄັ້ງນີ້ໄດ້ມີການຮັບຮອງຖະແຫຼງການທາງການເມືອງພາຍໃຕ້ຫົວຂໍ້ຂອງກອງປະຊຸມກາງສະໄໝ  (Political Declaration: NAM at the center of multilateral efforts in responding global challenges), ຮັບຮອງຂໍ້ສະເໜີຂອງປະເທດ ອຸການດາ (Uganda) ທີ່ຈະເປັນປະທານ NAM ໃນສົກປີ 2023-2025, ທີ່ມີແຜນຈະຈັດກອງປະຊຸມກາງສະໄໝລະດັບລັດຖະມົນຕີ ທ້າຍເດືອນພຶດສະພາ 2023 ແລະ ການຈັດກອງປະຊຸມສຸດຍອດ ທ້າຍເດືອນພະຈິກ 2023; ແລະ ຮັບຮອງເອົາປະເທດລັດເຊຍ ເປັນປະເທດສັງເກດການຂອງ NAM.

          ເນື່ອງ​ໃນ ໂອ​ກາດ​ດັ່ງ​ກ່າວ, ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ກ່າວ​ບົດ​ປາ​ໄສ​ໃນ​ກອງ​ປະ​ຊຸມໂດຍ​ຢ້ຳ​ຄືນຄວາມ​ສຳ​ຄັນ​ຂ​ອງ​ການ​ຮ່ວມ​ມື​ຂອງ​ກຸ່ມ NAM ໃນ​ໄລ​ຍະ​ທີ່​ທົ່ວ​ໂລກ​ກຳ​ລັງ​ປະ​ເຊີນ​ໜ້າກັບ​ສິ່ງ​ທ້າ​ທາຍທີ່​ນັບ​ມື້​ນັບ​ຊັບ​ຊ້ອນ ແລະ ຍາກ​ທີ່​ຈະ​ຄາດ​ເດົາ ໂດຍ​ສະ​ເພາະ​ສະ​ຖາ​ນະ​ການ​ທີ່​ທົ່ວ​ໂລກ​ກຳ​ລັງຕໍ່​ສູ້​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຂະ​ບວນ​ການ​ບໍ່ຮ່ວມ​ກຸ່ມ​ຄວນ​ຮັດ​ແໜ້ນ​ການ​ຮ່ວມ​ມື ແລະ ຍຶດ​ໝັ້ນ​ຫຼັກ​ການ​ແຫ່ງ​ຄວາມ​ເປັນ​ເອ​ກະ​ພາບ, ຄວາມ​ສາ​ມັກ​ຄີ, ຄວາມ​ມີ​ປະ​ສິດ​ທິ​ຜົນ ແລະ ສົ່ງ​ເສີມ​ບົດ​ບາດ​ຂອງ NAM ໃນ​ການ​ພົວ​ພັນ​ສາ​ກົນ​ກໍ່​ຄືໃນ​ເວ​ທີ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເພື່ອ​ຊ່ວຍ​ກັນ​ຊອກວິ​ທີ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຢ່າງ​ສັນ​ຕິ​ວິ​ທີ, ລຶບ​ລ້າງ​ຄວາມ​ທຸກ​ຍາກ
ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ເປົ້າ​ໝາຍການ​ພັດ​ທະ​ນາແບບ​ຍືນ​ຍົງໃຫ້​ບັນ​ລຸ​ຜົນ​ເປັນ​ຈິງ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ​່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ ​ປະ​ເທດ​ລັດ​ເຊຍທີ່​ເຂົ້າ​ເປັນ​ປະ​ເທດ​ສັງ​ເກດ​ການປະ​ເທດ​ທີ່ 18 ຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ.

ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ (Non-Aligned Movement – NAM) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນໃນ​ປີ 1961 ​ໂດຍ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ບໍ່​ຕ້ອງ​ການ​ຮ່ວມ​ກຸ່ມ ຫຼື ເປັນ​ປໍ​ລະ​ປັກ​ກັບ​ຝ່າຍ​ໃດ​ໃນ​ໄລ​ຍະ​ສົງ​ຄາມ​ເຢັນ, ຈຸດ​ປະ​ສົງ​ຫຼັກ​ຂອງ NAM ແມ່ນ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ, ສະ​ຖ​ຽນ​ລະ​ພາບ, ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ສະ​ມາ​ຊິກ ໂດຍ​ການ​ຮ່ວມ​ມື​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ບັນ​ດຸງ (Bandung Principle) ທີ່​ສົ່ງ​ເສີມ​ການ​ຮ່ວມ​ມື ແລະ ສັນ​ຕິ​ພາບ​ຂອງ​ໂລກ ເຊິ່ງ​ປັດ​ຈຸ​ບັນ​ມີ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ 120 ປະ​ເທດ ແລະ ປະ​ເທດ​ສັງ​ເກ​ດ​ການ 18 ປະ​ເທດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488008
ມື້ນີ້118
ມື້ວານ136
ອາທິດນີ້370
ເດືອນນີ້1401