ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ອິດສະຣາແອນ ປະຈຳ ສປປ ລາວ

 

 

2022 7 5 HE Phoxay Israel 4

2022 7 5 HE Phoxay Israel 5

 

ໃນຕອນບ່າຍຂອງວັນ​ທີ 5 ກໍລະກົດ 2022, ທີ່ ກະຊວງການຕ່າງປເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາຂອງ ທ່ານ Nadav Eshcar, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ອິດສະຣາແອນ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ. ຫວຽດນາມ, ໃນໂອກາດທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

         

ໃນໂອກາດນີ້, ທ່ານຮອງລັດ​ຖະ​ມົນ​ຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ເເລະ ຊົມເຊີຍ ທ່ານທູດ Nadav Eshcar, ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະ ເກືອບ 5 ປີ (09/2017-07/2022) ດ້ວຍຜົນສໍາເລັດຢ່າງຈົບງາມ.  ພ້ອມນີ້, ກໍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອິດສະຣາແອນ ຕະຫຼອດໄລຍະ 29 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ (6 ທັນວາ 1993), ເຊິ່ງໃນປີ 2023 ຈະມາເຖິງນີ້ ເເມ່ນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ທີ່ສອງຝ່າຍ ຈະຮ່ວມກັນຈັດບັນດາກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ເເລະ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງສອງປະເທດລາວ-ອິດສະຣາເເອນ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ສະເເດງຄວາມຊົມເຊີຍ ເເລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຢ່າງຫ້າວຫັນຂອງທ່ານທູດໃນການຮັດເເໜ້ນ ເເລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ-ອິດສະຣາເເອນ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ, ເປັນຕົ້ນແມ່ນຊຸກຍູ້ໃຫ້ມີການໄປມາຫາສູ່ກັນຂອງຄະນະຜູ້ເເທນສອງປະເທດ, ຊຸກຍູ້ລັດຖະບານອິສະຣາເເອນ ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ໃນຫຼາຍດ້ານເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການສຶກສາ ເເລະ ການພັດທະນາຂະເເໜງກະສິກຳ. ເເລະ ການຊ່ວຍເຫຼືອດ້ານອື່ນໆ. ພ້ອມທັງໄດ້ອວຍພອນໃຫ້ທ່ານທູດ Nadav Eshcar ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່ ເເລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.  

 

ໃນຂະນະດຽວກັນ, ທ່ານ Nadav Eshcar ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານທູດ Nadav Eshcar ກໍ່ໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງປະເທດໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487266
ມື້ນີ້101
ມື້ວານ191
ອາທິດນີ້928
ເດືອນນີ້659